ທ່ານ ດຣ ບົວເກດ ວົງປະເສີດ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າອົງການກາແດງແຂວງໄຊສົມບູນຜູ້ໃໝ່

    ວັນທີ 23 ມີນາ 2022 ທີ່ຫ້ອງວ່າການປົກຄອງແຂວງໄຊສົມບູນ ໄດ້ຈັດພິທີແຕ່ງຕັ້ງຫົວໜ້າອົງການກາແດງແຂວງໄຊສົມບູນຄົນໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງໄຊສົມບູນ ທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

    ໃນພິທີ ທ່ານ ບຸນຖະໜອມ ສິດທິນໍລາດ ຮອງຫົວໜ້າພະແນກຄະນະຈັດຕັ້ງແຂວງໄຊສົມບູນ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ລັດຖະກອນພັກການ-ຮັບອຸດໜູນບຳນານ ສະບັບເລກທີ 0085/ຈຂ.ຊບ ລົງວັນທີ25/01/2022 ເຈົ້າແຂວງໄຊສົມບູນ ຕົກລົງເຫັນດີໃຫ້ທ່ານ ດຣ ຄຳປານ ເພັດວົງສາ ຫົວໜ້າອົງການກາແດງແຂວງໄຊສົມບູນ ຜູ້ເກົ່າ ເຂົ້າຮັບອຸດໜູນບຳນານ ເຊິ່ງອິງຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນສະບັບເລກທີ 74/ສພຊ ລົງວັນທີ 18 ທັນວາ 2015 ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າອົງການກາແດງແຂວງໄຊສົມບູນຜູ້ໃໝ່ ສະບັບເລກທີ 0137/ຈຂ.ຊບ ລົງວັນທີ08/02/2022 ວ່າດ້ວຍເຈົ້າແຂວງໄຊ ຕົກລົງແຕ່ງຕັ້ງທ່ານ ດຣ ບົວເກດ ວົງປະເສີດ ເປັນຫົວໜ້າອົງການກາແດງແຂວງໄຊສົມບູນ ຜູ້ໃໝ່ ພ້ອມທັງມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າອົງການການແດງແຂວງໄຊສົມບູນຜູ້ເກົ່າ ແລະ ຜູ້ໃໝ່.

# ຂ່າວ – ພາບ : ວຽງມາ

error: Content is protected !!