ປະເມີນວຽກງານຂອງຄອບຄົວຕົວແບບການຜະລິດເປັນສິນຄ້າ

    ຄະນະກຳມະການວຽກງານສົ່ງເສີມ SME ຈັດກອງປະຊຸມຄອບຄົວຕົວແບບ ການຜະລິດເປັນສິນຄ້າ ກະສິກຳ ອຸດສາຫະກຳ ຫັດຖະກຳ ການຄ້າ ແລະ ການບໍລິການ ຄັ້ງທີ X ແລະ ການເຂົ້າຫາແຫຼ່ງທຶນ SME ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ປະຈໍາປີ 2022 ຂຶ້ນວັນທີ 23 ມີນາ ທີ່ສະໂມສອນກີລາ ພີທີຊີ ຄົບວົງຈອນ ບ້ານອີ່ໄລໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ພູວອນ ພົງລາແກ້ວ ຮອງເຈົ້າເມືອງນາຊາຍທອງ ມີທ່ານ ບຸນລໍ້າ ວົງສຸທີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຫົວໜ້າຫ້ອງການອອມຂ້າງ ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການເຂົ້າຮ່ວມ.

    ໄລຍະຜ່ານມາ ອົງຄະນະພັກເມືອງນາຊາຍທອງ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດຫຼາຍດ້ານເຊັ່ນ: ດ້ານກະສິກໍາ ຫັດຖະກໍາ ອຸດສາຫະກໍາ ແລະ ອຸດສາຫະກໍາປຸງແຕ່ງ ຕາມທິດຫັນເປັນອຸດສາຫະກໍາທັນສະໄໝໃນໄລຍະໃໝ່ ໂດຍສະເພາະ ຫົວໜ່ວຍການຜະລິດທີ່ເປັນແບບຄອບຄົວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ ຈົນສາມາດສ້າງເປັນກຸ່ມການຜະລິດຕາມນະໂຍບາຍ 1 ບ້ານ 1 ຜະລິດຕະພັນ 1 ເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ແລະ ແຕ່ລະບ້ານໃຫ້ມີຄອບຄົວຕົວແບບ ເຊິ່ງສາມາດສ້າງຕັ້ງກຸ່ມການຜະລິດ 11 ກຸ່ມ ສ້າງສະຫະກອນລ້ຽງໄກ່ພັນໄຂ່ ແລະ ປາ 1 ສະຫະກອນ ແລະ ຕົວແບບປູກຝັງ ແລະ ລ້ຽງສັດເປັນສິນຄ້າມີ 292 ຄອບຄົວ ເຊິ່ງໄດ້ຂຶ້ນບັນຊີເປັນຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນແລ້ວ 11 ຄອບຄົວ ຕົວແບບດ້ານການປູກຝັງມີ 71 ຄອບຄົວ ແລະ ຕົວແບບດ້ານການລ້ຽງສັດມີ 211 ຄອບຄົວ ໃນນີ້ ຄອບຄົວທີ່ເປັນຕົວແບບດ້ານກະສິກໍາ ເປັນຕົ້ນ ປູກສາລີຫົວອາຫານມີ 3 ຄອບຄົວ ແລະ ການປູກເຂົ້າມີ 4 ຄອບຄົວ ການກ້າເບ້ຍໄມ້ 6 ຄອບຄົວ ປູກຜັກອິນຊີ 5 ຄອບຄົວ ປູກໝາກໄມ້ 2 ຄອບຄົວ ປູກເຂົ້າ ລ້ຽງປາ ແລະ ລ້ຽງໄກ່ຊີ້ນປະສົມປະສານ 4 ຄອບຄົວ ລ້ຽງໄກ່ພັນໄຂ່-ລ້ຽງປາ 5 ຄອບຄົວ ລ້ຽງໝູ ປາ ແລະ ງົວ 6 ຄອບຄົວ ພ້ອມນັ້ນ ຂະແໜງອຸດສາຫະກໍາ ແລະ ການຄ້າ ໄດ້ຊຸກຍູ້ສົ່ງເສີມຜູ້ປະກອບການ ກໍຄືຫົວໜ່ວຍທຸລະກິດໃນຂອບເຂດເມືອງນາຊາຍທອງເຄື່ອນໄຫວຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ເສຍພັນທະໃຫ້ລັດເປັນປົກກະຕິ ປັດຈຸບັນ ມີຫົວໜ່ວຍທຸລະກິດທັງໝົດ 3.757 ຫົວໜ່ວຍ ແລະ ມີໂຮງຈັກໂຮງງານທັງໝົດ 221 ຫົວໜ່ວຍ ສ່ວນການເຂົ້າເຖິງແຫຼ່ງທຶນ SME ເມືອງນາຊາຍທອງສາມາດເຂົ້າເຖິງແຫຼ່ງທຶນໃນອັດຕາດອກເບ້ຍຕໍ່າທັງໝົດ 73 ຫົວໜ່ວຍ ວົງເງິນທີ່ໄດ້ຮັບອະນຸມັດທັງໝົດ 12 ຕື້ກວ່າກີບ ໃນນັ້ນ ກະສິກໍາ 47 ຫົວໜ່ວຍ ການຄ້າ 2 ຫົວໜ່ວຍ ບໍລິການ 9 ຫົວໜ່ວຍ ແລະ ຫັດຖະກໍາ 15 ຫົວໜ່ວຍ ທຽບໃສ່ປີ 2020 ໃນການເຂົ້າຫາແຫຼ່ງທຶນຂອງຫົວໜ່ວຍທຸລະກິດເພີ່ມຂຶ້ນ 2 ຫົວໜ່ວຍ.

    ນອກນີ້ ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງຫົວໜ່ວຍທຸລະກິດຄອບຄົວຕົວແບບ ປະສົບການບໍລິຫານທຸລະກິດ ແລະ ການເຂົ້າເຖິງແຫຼ່ງທຶນ SME ຂອງໂຮງຮຽນຟ້າສີຄາມ ແລະ ຂົງເຂດກະສິກໍາ ແລະ ປ່າໄມ້.

# ຂ່າວ – ພາບ : ວຽງມາ

error: Content is protected !!