ໃຫ້ບໍລິການລົດເມໄຟຟ້າບໍ່ເສຍຄ່າໃນການທົດລອງແລ່ນ 3 ອາທິດທໍາອິດ

    ພິທີເປີດການທົດລອງນໍາໃຊ້ລົດເມໄຟຟ້າ ເພື່ອບໍລິການຂົນສົ່ງສາທາລະນະໃນນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 23 ມີນາ 2022 ທີ່ຫ້ອງວ່າການ ນວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ພ້ອມດ້ວຍທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ຫົວໜ້າພະແນກການ ຫ້ອງການ ພະນັກງານ ຫຼັກແຫຼ່ງລັດວິສາຫະກິດລົດເມ ນວ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ແກ້ວວັນພອນ ວອນທີວົງສີ ຜູ້ອໍານວຍການລັດວິສາຫະກິດລົດເມ ນວ ກ່າວລາຍງານໃຫ້ຮູ້ວ່າ:ເພື່ອຜັນຂະຫຍາຍແນວທາງຂອງ ນວ ປະຕິບັດ 6 ສ ໂດຍການນໍາໃຊ້ລົດເມໄຟຟ້າຂົນສົ່ງສາທາລະນະໃຫ້ສອດຄ່ອງກັບເປົ້າໝາຍ ແລະ ນະໂຍບາຍຂອງໂຄງການ ການຈຳກັດການປ່ອຍອາຍກາກບອນອອກສູ່ຊັ້ນບັນຍາກາດໃນເຂດຕົວເມືອງສີຂຽວ ໂດຍການຮ່ວມມືຜ່ານກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງນິເວດ ແລະ ສິ່ງແວດລ້ອມ ສປ ຈີນ ພາຍໃຕ້ໂຄງການໃຕ້-ໃຕ້ ຕໍ່ກັບການປ່ຽນແປງດິນຟ້າອາກາດຂອງ ສປ ຈີນ ສາທິດການປ່ອຍອາຍກາກບອນຕໍ່າ ໂດຍການໃຊ້ລົດເມໄຟຟ້າຈຳນວນ 4 ຄັນ ແລ່ນໃຫ້ບໍລິການ 3 ສາຍທາງຄື:

  1. ສາຍທາງທີ 48 ຈາກສະຖານີລົດເມຂົວດິນ-ດົງນາໂຊກ-ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ-ສີເກີດ ໄລຍະທາງ 15 ກິໂລແມັດ ຄ່າໂດຍສານ 5.000 ກີບຕໍ່ຄົນ
  2. ສາຍທາງທີ 35 ຈາກສະຖານີລົດເມຂົວດິນ-ສູນການຄ້າທາດຫຼວງພລາຊາ-ຕະຫຼາດຫົວຂົວ-ສະຖານີລົດໄຟລາວ-ຈີນ ໄລຍະທາງ 17 ກິໂລແມັດ ລາຄາ 5.000 ກີບຕໍ່ຄົນ
  3. ສາຍທາງທີ 22 ຈາກສະຖານີລົດເມຂົວດິນ-ຕະຫຼາດທາດຫຼວງ-ສໍານັກງານປົກຄອງເມືອງໄຊເສດຖາ-ສູນການຄ້າລາວ-ໄອເຕັກ-ເຂດເສດຖະກິດພິເສດບຶງທາດຫຼວງ-ສະຖານີລົດໄຟລາວ-ໄທ-ຕະຫຼາດໄຮຄຳ-ເຂດເສດຖະກິດກວມລວມໄຊເສດຖາ (ຫຼັກ 21 )-ສະຖານີລົດໄຟລາວ-ຈີນ ໄລຍະທາງ 26 ກິໂລແມັດ ຄ່າໂດຍສານ 8.000 ກີບຕໍ່ຄົນ ໄລຍະທົດລອງແລ່ນພາຍໃນ 3 ອາທິດເລີ່ມແຕ່ວັນທີ 23 ມີນາ – 13 ເມສາ 2022 ເປີດໃຫ້ບໍລິການບໍ່ເສຍຄ່າ ເມື່ອສົມທຽບລາຄາຄ່າໂດຍສານລະຫວ່າງລົດເມທີ່ໃຊ້ນໍ້າມັນກັບລົດເມໄຟຟ້າແມ່ນຖືກກວ່າ 25%.

# ຂ່າວ – ພາບ : ຂັນທະວີ

error: Content is protected !!