ພິທີລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບລະບົບໄຟຟ້າແສງຕາເວັນ ຈັດຂຶ້ນວັນທີ 21 ມີນາ 2022 ຢູ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ (ຟຟລ) ລະຫວ່າງທ່ານ ຟອງປະສິດ ເພັດສີສຸກ ຮອງຜູ້ອໍານວຍການໃຫຍ່ ຟຟລ ແລະ ທ່ານ ເຄວິນ ຫູ ຜູ້ອຳນວຍການບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ໂດຍມີທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ທ່ານ ສຸລິຍາ ມະນີວົງ ຮອງຜູ້ອຳນວຍການໃຫຍ່ ຟຟລ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ບົດບັນທຶກຄວາມເຂົ້າໃຈສະບັບນີ້ ໄດ້ລົງເລິກການຮ່ວມມືຂົງເຂດພະລັງງານແສງຕາເວັນ ເຊັ່ນ: ຮ່ວມມືຄົ້ນຄວ້າ ແລະ ວິເຄາະຜົນກະທົບຂອງພະລັງງານແສງຕາເວັນ ເມື່ອເຊື່ອມຕໍ່ກັບລະບົບພະລັງງານໄຟຟ້າ ສ້າງມາດຕະຖານຂອງແສງຕາເວັນ On-Grid ແລະ ການໃຊ້ Inverter ເຂົ້າເພີ່ມຄວາມໝັ້ນຄົງຕໍ່ລະບົບໄຟຟ້າ ຮ່ວມມືຄົ້ນຄວ້າຕະຫຼາດພະລັງງານທົດແທນໃນລາວ ແລະ ການເຝິກອົບຮົມກ່ຽວກັບພະລັງ ງານແສງຕາເວັນ ແລະ ມາດຕະຖານການຕິດຕັ້ງ Solar.

ທ່ານ ຈັນທະບູນ ສຸກອາລຸນ ກ່າວວ່າ: ຟຟລ ໄດ້ສຶກສາການເຊື່ອມຕໍ່ພະລັງງານແສງຕາເວັນ ກັບ ຕາຂ່າຍໄຟຟ້າ ສາມາດຊ່ວຍຫຼຸດຜ່ອນຂອງ Power loss ແລະ ຄ່າແຮງດັນ ແຕ່ມີຄວາມຈຳເປັນໃນການສຶກສາຄົ້ນຄວ້າຜົນກະທົບຂອງພະລັງງານແສງຕາເວັນ ເຊື່ອມຕໍ່ລະບົບພະລັງງານ ແລະ ສຶກສາມາດຕະ ຖານຂອງການເຊື່ອມຕໍ່ ເຂົ້າລະບົບຂອງພະລັງງານແສງຕາເວັນ ແລະ ມາດຕະຖານຂອງ Inverter ທີ່ຈະຊ່ວຍເພີ່ມຄວາມສະຖຽນລະພາບຂອງລະບົບພະລັງງານ ແລະ ເຄືອຂ່າຍໄຟຟ້າຂອງພວກເຮົາ ແຜນປະຕິ ບັດຂອງບົດບັນທຶກຄວາມເຂົ້າໃຈ ຈະຊຸກຍູ້ການຮ່ວມມືໃນການຄົ້ນຄວ້າຕະຫຼາດຂອງຜະລິດຕະພັນພະລັງ ງານທົດແທນ ແລະ ການບໍລິການ Solar Farm Solar Rooftop EV Charger ເຊິ່ງຈະຊ່ວຍໃຫ້ພວກເຮົາສ້າງມາດຕະຖານການຕິດຕັ້ງ Solar rooftop ແລະ Solar Farm ການພັດທະນາດ້ານພະ ລັງງານແສງຕາເວັນຄັ້ງນີ້ ມີຄວາມສຳຄັນໃນການພັດທະນາພະລັງງານສີຂຽວຂອງປະເທດເຮົາ ຕື່ມອີກ.

ທ່ານ ເຄວິນ ຫູ ກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ ແມ່ນໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ທີ່ສຸດ ທີ່ພວກເຮົາປະເຊີນຢູ່ໃນປັດຈຸບັນ ແລະ ໃນໄລຍະ 30-40 ປີທີ່ຈະມາເຖິງການບັນລຸຄວາມເປັນກາງຂອງກາກບອນ ແມ່ນເປົ້າໝາຍຂອງທຸກປະເທດທົ່ວໂລກ ເຊິ່ງຈະເຮັດໃຫ້ເກີດປະຕິວັດການຜະລິດ ແລະ ການບໍລິໂພກ ຈະຍົກລະດັບອຸດສາຫະກໍາ ແລະ ເຮັດໃຫ້ມີຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມຢ່າງແນ່ນອນ ໃນຖານະທີ່ຜູ້ສະໜອງອຸປະກອນ ແລະ ເປັນຜູ້ນຳດ້ານ ICT ຫົວເຫວີຍ ມີຄວາມຕັ້ງ ໃຈທີ່ຈະສ້າງໂລກດີຈີຕອນທີ່ດີກວ່າ ພ້ອມທັງມີເປົ້າໝາຍກ່ຽວກັບຄວາມເປັນກາງຂອງຄາບອນ ແລະ ພະ ລັງງານສະອາດ ພວກເຮົາມີວິໄສທັດທີ່ຈະຫັນປ່ຽນພະລັງງານ ແລະ ການພັດທະນາພະລັງງານສີຂຽວ ໂດຍເຊື່ອມໂຍງເຕັກໂນໂລຊີດີຈີຕອນ ແລະ ເຕັກໂນໂລຊີພະລັງງານ ເພື່ອຂັບເຄື່ອນການປະຕິວັດພະລັງງານ ເຊິ່ງທ່າອ່ຽງນີ້ຈະນໍາທັງໂອກາດ ແລະ ສິ່ງທ້າທາຍໃຫ້ ຟຟລ ພວກເຮົາເຊື່ອວ່າການຮ່ວມມືຄັ້ງນີ້ຈະນໍາເອົາຄວາມປອດໄພ ແລະ ເພີ່ມຄວາມສະຖຽນນະພາບ ລວມທັງຄວາມໝັ້ນຄົງໃຫ້ລະບົບພະລັງງານຂອງ ຟຟລ ແລະ ເພື່ອກຽມຄວາມພ້ອມສໍາລັບພະລັງງານທົດແທນທີ່ຈະເຂົ້າສູ່ລະບົບ ຫົວເຫວີຍ ພູມໃຈທີ່ໄດ້ມີສ່ວນຮ່ວມໃນວິໄສທັດຄວາມເປັນກາງຂອງຄາບອນຂອງລາວອັນຍິ່ງໃຫຍ່ນີ້ ແລະ ຈະພະຍາຍາມຍົກລະດັບອຸດສາຫະກຳພະລັງງານ ພວກເຮົາຈະຮ່ວມກັນປະເຊີນໜ້າກັບສິ່ງທ້າທາຍ ຮັບເອົາກາລະໂອກາດ ສ້າງອະນາຄົດແບບຍືນຍົງ ສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

(ສະບາໄພ 23/3/2022)