ກຸ່ມບໍລິສັດ FLC ສົນໃຈລົງທຶນດ້ານອະສັງຫາລິມະຊັບຢູ່ ນວ

   ວັນທີ 23 ມີນາ 2022 ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ນາງ ເຮືອງເຈີນ ກ້ຽວຢຸງ ຮອງປະທານ ຜູ້ປະຈຳການກຸ່ມບໍລິສັດ ການເງິນ ອະສັງຫາລິມະຊັບ ແລະ ການຄ້າ (FLC) ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຕິດຕາມທ່ານ ລັດຖະມົນຕີກະຊວງແຜນການ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 20-23 ມີນາ 2022.

   ຈຸດປະສົງການເຂົ້າຢ້ຽມຂ່ຳນັບຂອງຄະນະດັ່ງກ່າວຄັ້ງນີ້ເພື່ອແນະນໍາກ່ຽວກັບບໍລິສັດໃນການເຄື່ອນໄຫວທຸລະກິດລົງທຶນທີ່ພົ້ນເດັ່ນຂອງບໍລິສັດ ແລະ ຖືໂອກາດເພື່ອຂໍທິດຊີ້ນຳໃນການລົງທຶນກ່ຽວກັບອະສັງຫາລີມະຊັບຢູ່ ນວ ເຊິ່ງກຸ່ມບໍລິສັດ FLC ຖືວ່າເປັນກຸ່ມບໍລິສັດໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ຂະຫຍາຍຕົວສູງ ຕະຫຼອດໄລຍະຂອງການຮ່ວມຕົວປີ 2011 ເປັນຕົ້ນມາ ກໍຄືໃນປະຈຸບັນ ບໍລິສັດໄດ້ລົງທຶນໃນຂະ   ແໜງການອະສັງຫາລີມະຊັບທີ່ພົ້ນເດັ່ນຫຼາຍໂຄງການ ແລະ ມີກວ່າ 400 ໂຄງການພັດທະນາຢູ່ໃນທົ່ວປະເທດຫວຽດນາມເປັນຕົ້ນ ໂຄງການສ້າງສູນລວມການທ່ອງທ່ຽວ ແລະ ເຂດທ່ອງທ່ຽວຜ່ອນຄາຍໂດເຊີນ ສູນການຄ້າຄອມເພັກ ລີສອດສະໜາມກ໊ອບຢູ່ທະເລແຂວງກວາງງາຍ ເຂດໂຮງແຮມທີ່ພັກ ຢູ່ແຂວງກວາງນິງແຂວງບິງດິງ ແຂວງແຫງະອານ ແຂວງວົງຟິກ ແລະ ແຂວງອື່ນໆ.

    ນອກນີ້ ກຸ່ມບໍລິສັດດັ່ງກ່າວຍັງໄດ້ດຳເນີນເຄື່ອນໄຫວທຸລະກິດຫຼາຍຢ່າງຢູ່ ຫວຽດນາມເຊັ່ນ: ໂຮມແຮມ ທີ່ພັກອາໃສ ແລະ ສາຍການບິນແບມບູ ແລະ ຖືວ່າເປັນ 1 ໃນ 3 ຂອງບັນດາບໍລິສັດໃຫຍ່ໃນຫວຽດນາມ ໃນການລົງທຶນກ່ຽວກັບອະສັງຫາລິມະຊັບ ເຊິ່ງການຂະຫຍາຍຕົວຂອງກຸ່ມບໍລິສັດ ໄດ້ເຮັດໃຫ້ມີແຫຼ່ງທຶນ ຈໍານວນຫຼາຍໃນການຊື້-ຂາຍຫຸ້ນໃນຕະຫຼາດຫຸ້ນຂອງນະຄອນໂຮ່ຈີມິນ ແລະ ເປັນຈຸດດຶງດູດນັກລົງທຶນມາລົງທຶນໃນໂຄງການຕ່າງໆຂອງກຸ່ມບໍລິສັດ FLC ຫຼາຍຂຶ້ນ.

   ໂອກາດນີ້ທ່ານ ເຈົ້າຄອງ ນວ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ກຸ່ມບໍລິສັດ FLC ພ້ອມທັງໄດ້ສະເໜີສະພາບຈຸດພິເສດ ແລະ ທ່າແຮງບົ່ມຊ້ອມດ້ານຕ່າງໆໃນການພັດທະນາຢູ່ ນວ ໃຫ້ຄະນະກຸ່ມບໍລິສັດດັ່ງກ່າວຮັບຊາບ ແລະ ສະເໜີແລກປ່ຽນບາງຄໍາເຫັນທີ່ຈະນຳໄປສູ່ການດຶງດູດເອົາການລົງທຶນຈາກ ຫວຽດນາມ ກໍຄືກຸ່ມບໍລິສັດດັ່ງກ່າວ ມາລົງທຶນໃນຂະແໜງການອະສັງຫາລິມະຊັບຢູ່ ນວ ໃຫ້ນັບມື້ຫຼາຍຂຶ້ນ. 

(ນັດ 23.03.2022)

error: Content is protected !!