ກຽມຈັດງານບຸນກະລໍ່າປີ ເພື່ອສົ່ງເສີມ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ

    ອົງການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ຮ່ວມກັບກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄື່ອຂ່າຍກະສິກຳ ຫຼື CLEAN Project ຈະຈັດງານບຸນກະລໍ່າປີ ພາຍໃນເທສະບານ ເມືອງວັງວຽງ ໃນວັນທີ 26-27 ມີນາ 2022. ເຊີ່ງຖືເປັນຄັ້ງທໍາອິດທີ່ຈະຈັດບຸນກະລໍ່າປີໃຫຍ່ແບບນີ້ຢູ່ ສປປ ລາວ.

    ທ່ານ ບຸນຈັນ ມາລາວົງ ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ ເພື່ອແນໃສ່ຊຸກຍູ້ສົ່ງເສີມການປູກກະລໍ່າປີທີ່ມີຄຸນນະພາບ ແລະ ເພື່ອສ້າງລາຍຮັບໃຫ້ປະຊາຊົນນັບມື້ຫຼາຍຂຶ້ນ ເພາະກະລໍ່າປີ ສາມາດນໍາໄປປຸງແຕ່ງອາຫານໄດ້ຫຼາຍຊະນິດ ພ້ອມນີ້ ຍັງເປັນການສ້າງເງື່ອນໄຂໃຫ້ມີການຈັບຄູ່ທຸລະກິດລະຫວ່າງຜູ້ຜະລິດ ແລະ ຜູ້ຊື້ ເພື່ອຮັບປະກັນລາຄາຂອງຜົນຜະລິດ ພາຍໃນງານດັ່ງກ່າວ ຈະມີຫຼາຍກິດຈະກໍາ ເປັນຕົ້ນ: ການແຫ່ຂະບວນກະລໍ່າປີໄປຕາມເທດສະບານເມືອງວັງວຽງ ຮວບຮວມບັນດາສິນຄ້າກະສິກໍາພາຍໃນເມືອງມາວາງສະແດງ ຈັດການເສວະນາໃຫ້ຄວາມຮູ້ກ່ຽວກັບກະລໍ່າປີຈາກວິຊາການທີ່ກ່ຽວຂ້ອງ ນອກຈາກນີ້ ຍັງເປັນການຮວບຮວມຜະລິດຕະພັນ ແລະ ອາຫານທີ່ຜະລິດຈາກກະລໍ່າປີຫຼາຍຊະນິດ ຈັດການແຂ່ງຂັນກະລໍ່າຫົວໃຫຍ່ ການສະແດງພື້ນເມືອງ ແລະ ດົນຕີຈາກໄວໜຸ່ມລາວ ຈັດການຖາມ-ຕອບ ຄວາມຮູ້ທົ່ວໄປເພື່ອຊີງລາງວັນ ແລະ ສ້າງບັນຍາກາດພາຍໃນງານໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ກິດຈະກໍາອື່ນໆ.

    ທ່ານເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້ ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄື່ອຂ່າຍກະສິກຳ ໄດ້ມອບໃບຢັ້ງຢືນການຜະລິດກະສິກຳທີ່ດີ (GAP) ໃຫ້ຊາວກະສິກອນຈໍານວນໜຶ່ງຢູ່ 2 ບ້ານຂອງເມືອງວັງວຽງ ຄື: ບ້ານຜາຕັ້ງ ແລະ ບ້ານນາຜາແດງ ເຊີ່ງເຫັນວ່າໂຄງການດັ່ງກ່າວໄດ້ປະກອບ ສ່ວນສໍາຄັນໃນການຊ່ວຍຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງປະຊາຊົນພາຍໃນເມືອງ ກໍຄື ບັນດາບ້ານເປົ້ານໝາຍຂອງໂຄງການ ເພາະເປັນການຜະລິດກະສິກໍາທີ່ດີ ທັງມີຕະຫຼາດຮອງຮັບ ໂດຍສະເພາະແມ່ນບໍລິສັດວຽງຈັນ ຟູດ ທີ່ຮັບຊື້ຜົນຜະລິດນໍາປະຊາຊົນ ເຊີ່ງເປັນການຄໍ້າປະກັນດ້ານລາຄາ ເພາະໄລຍະຜ່ານມາເຖີງວ່າຂະບວນການປູກພືດຢູ່ເມືອງວັງວຽງ ພົ້ນເດັ່ນສົມຄວນ ແຕ່ການຜະລິດຂອງປະຊາຊົນຍັງເຮັດແບບຕ່າງຝ່າຍຕ່າງເຮັດ ແລະ ມີການແຂ່ງຂັນກັນດ້ານລາຄາ.

     ພ້ອມນີ້ ຂໍຊວນເຊີນນັກທ່ອງທ່ຽວທຸກຄົນ ຈົ່ງຫາໂອກາດໄປທ່ຽວຊົມງານບຸນກະລໍ່າປີຄັ້ງປະຫວັດສາດຂອງລາວທີ່ຈະຈັດຂຶ້ນຢູ່ເມືອງວັງວຽງ ໃນຄັ້ງນີ້ ເພາະນອກຈາກຈະໄດ້ເຫັນຂະບວນການຜະລິດກະລໍ່າປີ ກໍຄື ພືດຊະນິດຕ່າງໆ ຢູ່ເມືອງວັງວຽງ ທີ່ນັບມື້ຂະຫຍາຍຕົວ ຍັງຈະໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບການປູກ ແລະ ຄຸນປະໂຫຍດຂອງກະລໍ່າປີ ຕື່ມອີກ.

    ສໍາລັບໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກໍາ ຫຼື CLEAN Project ເປັນໂຄງການໜຶ່ງທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກະຊວງກະສິກຳຂອງປະເທດສະຫະລັດອາເມຣິກາໂດຍໄດ້ໃຫ້ອົງການວິນຣ໋ອກ ສາກົນ(Winrock International) ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຮ່ວມກັບກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຂອງລາວ ເພື່ອຍົກສະມັດຕະພາບການຜະລິດ ໂດຍການຝຶກອົບຮົມໃຫ້ຊາວກະສິກອນໃນຮູບແບບການຜະລິດກະສິກຳ ສ້າງຄວາມເຂັ້ມແຂງໃຫ້ວຽກງານປ້ອງກັນພືດ ກັກກັນພືດ ແລະ ອື່ນໆ ໂດຍຈັດຕັ້ງປະຕິບັດໂຄງການ ຢູ່ 5 ແຂວງຂອງລາວ ຄື: ນ​ະ​ຄອ​ນ​ຫຼວງວຽງຈັນ ແຂວງວຽງ​ຈັນ ຈຳ​ປາ​ສັກ ສ​າ​ລະ​ວັນ ແລະ ເຊກອງ ໃນນີ້ ສະເພາະຢູ່ແຂວງວຽງຈັນ ຈັດຕັ້ງປະຕິບັດຢູ່ 2 ເມືອງ ຄື: ເມືອງວັງວຽງ ແລະ ເມືອງກາສີ.

Dith 23.03.2022

error: Content is protected !!