ຖ່າຍທອດຄວາມຮູ້ດ້ານເຕັກນິກການຜະລິດພືດຜັກເປັນສິນຄ້າ ໃຫ້ຊາວກະສິກອນບ້ານທ່າແຂກ ແລະ ບ້ານຊາຍຟອງເໜືອ

    ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຮ່ວມມື ແລະ ໄດ້ຮັບທຶນສະໜັບສະໜູນຈາກກະຊວງກະສິກໍາ ອາຫານ ແລະ ພັດທະນາຊົນນະບົດ ສ ເກົາຫຼີ ໂດຍຜ່ານລັດວິສະຫະກິດຊຸມຊົນຊົນນະບົດ ສ ເກົາຫຼີ (KRC) ໂດຍມີເປົ້າໝາຍຫຼັກເພື່ອຊ່ວຍການຄົ້ນຄວ້າ ພັດທະນາເຕັກນິກການຜະລິດທີ່ເໝາະສົມ ເຕັກນິກຫຼັງການເກັບກ່ຽວທີ່ດີ ເພື່ອຊ່ວຍຮັກສາຄຸນນະພາບ ແລະ ຄວາມປອດໄພຜະລິດຕະພັນຂອງພືດຜັກ ນອກນີ້ ຍັງຊ່ວຍແນະນໍາການເຂົ້າເຖິງຕະຫຼາດຂອງຊາວກະສິກອນ ພັດທະນາຄວາມສາມາດຂອງຊາວກະສິກອນ ຜູ້ປະກອບການ ພະນັກງານ ຊ່ວຍແກ້ໄຂບັນຫາການຜະລິດພືດຜັກຂອງຊາວກະສິກອນໃຫ້ມີຄວາມຍືນຍົງ ເພີ່ມລາຍຮັບໃຫ້ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ. 

    ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈັດເຝິກອົບຮົມການນໍາໃຊ້ນໍາເຕັກນິກ ເຕັກໂນໂລຊີໃນການຜະລິດພືດຜັກເປັນສິນຄ້າ ການວາງແຜນກິດຈະກໍາຮ່ວມກັບກຸ່ມຜະລິດຜັກ ບ້ານທ່າແຂກ ແລະ ບ້ານຊາຍຟອງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ເຊິ່ງນອນໃນບ້ານເປົ້າໝາຍຂອງໂຄງການ ເພື່ອເຊື່ອມໂຍງການຜະລິດ ແລະ ການຕະຫຼາດ ໂດຍການນໍາໃຊ້ເຕັກນິກ ເຕັກໂນໂລຊີໃນການຜະລິດພືດຜັກເປັນສິນຄ້າ ຂຶ້ນວັນທີ 18 ມີນາ 2022 ໂດຍເປັນປະທາຂອງທ່ານນາງ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ມີທ່ານ ບຸນຖົມ ສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. 

    ຈຸດປະສົງການເຝິກອົບຮົມຄັ້ງນີ້ ເພື່ອຖ່າຍທອດຄວາມຮູ້ກ່ຽວກັບເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າ ໂດຍການນໍາໃຊ້ເຕັກໂນໂລຊີການຜະລິດພືດຜັກ ເຕັກນິກຫຼັງການເກັບກ່ຽວທີ່ດີໃນການເພີ່ມຜົນຜະລິດ ຮັກສາຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຜັກ ການເຂົ້າເຖິງຕະຫຼາດຂອງຊາວກະສິກອນ ແລະ ຫຼຸດການສູນເສຍຜົນຜະລິດຫຼັງການເກັບກ່ຽວ ນອກນີ້ ຍັງຊ່ວຍພັດທະນາຄວາມສາມາດຂອງຊາວກະສິກອນ ຜູ້ປະກອບການ ພະນັກງານ ນັກສຶກສາ ດ້ານການຜະລິດພືດຜັກ ໃຫ້ເປັນສິນຄ້າ ຕື່ມອີກ.

    ຊຸດເຝິກອົບຮົມດັ່ງກ່າວ ໄດ້ຮັບຟັງການບັນຍາຍດ້ານການຄົ້ນຄວ້າເຕັກນິກ ແລະ ແນວພັນ ຮັບຊົມວິດີໂອການພັດທະນາແນວພັນຜັກ ຜະລິດພືດຜັກໃນລະບົບເຮືອນຮົ່ມ ການກໍ່ສ້າງລະບົບຮົ່ມ ການບັນຍາຍ ແລະ ສົນທະນາກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ ແລະ ການເຊື່ອມໂຍງການຕະຫຼາດ ຈາກນັ້ນ ກໍໄດ້ຢ້ຽມຢາມພື້ນທີ່ການພັດທະນາແນວພັນຂອງໂຄງການ ຜ່ານການເຝິກອົບຮົມຄັ້ງນີ້ ເຮັດໃຫ້ຊາວກະສິກອນ 2 ບ້ານດັ່ງກ່າວມີຄວາມພ້ອມໃນການຈັດຕັ້ງປະຕິບັດກິດຈະກໍາ ແລະ ເຂົ້າໃຈກ່ຽວກັບການນໍາໃຊ້ເຕັກນິກ ເຕັກໂນໂລຊີທີ່ເໝາະສົມໃນການຜະລິດພືດຜັກຢ່າງເລິກເຊິ່ງ.

# ຂ່າວ – ພາບ , ສະບາໄພ

error: Content is protected !!