ເຈົ້າຄອງນະຄອນຫຼວງ ຢ້ຽມຊົມງານວາງສະແດງສິນຄ້າ ເຟີນິເຈີວຽງຈັນ ຄັ້ງທີ 6

     ໃນຕອນບ່າຍວັນທີ 22 ມີນາ 2022 ທີ່ຜ່ານມາ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ເຂົ້າຢ້ຽມຊົມງານງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 6 ປະຈຳປີ 2022 ໂດຍການຕ້ອນຮັບຂອງທ່ານ ທອງດຳ ສີຫາມາຍາ ຮອງປະທານສະມາຄົມເຟີນີເຈີລາວ

      ງານວາງສະແດງໃນຄັ້ງນີ້ ຈັດຂຶ້ນ 9 ວັນ ແຕ່ວັນທີ 19 ຫາ 27 ມີນາ 2022 ທີ່ສູນການຄ້າລາວໄອ-ເຕັກ ຕຶກເກົ່າ ມີທັງໝົດ 120 ຮ້ານ ໄດ້ປຸກລະດົມຂົນຂວາຍຜູ້ປະກອບການ ຜູ້ຜະລິດສິນຄ້າ ແລະ ຮ້ານຂາຍເຄື່ອງເຟີນີເຈີໃນຂອບເຂດທົ່ວປະເທດເຂົ້າຮ່ວມ ທັງໃນລະດັບຂະໜາດນ້ອຍ ຂະໜາດກາງ ແລະ ຂະໜາດໃຫຍ່ ໃຫ້ໄດ້ມີບ່ອນຊື້-ຂາຍສິນຄ້າ ແລະ ເປັນເວທີແລກປ່ຽນປະສົບການ ຄວາມຮູ້ ແລະ ເຕັກນິກdານຜະລິດເຊິ່ງກັນ ແລະ ກັນ ເພື່ອຊຸກຍູ້ ແລະ ສົ່ງເສີມຜະລິດຕະພັນເຟີນີເຈີລາວ ສີມືໄມ້ລາຍມືຂອງຄົນລາວ ໃນການຂະຫຍາຍຕະຫຼາດຈາກພາຍໃນສູ່ສາກົນ.​

   ຄຽງຄູ່ກັບການຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດສາຍພັນໃໝ່ໂຄວິດ-19 ພ້ອມທັງສົ່ງເສີມເສດຖະກິດໃນຍຸກໃໝ່ທີ່ເອີ້ນວ່າ :ວິຖີຊີວິດໃໝ່ (New Normal ) ໃຫ້ເກີດຄວາມຍືນຍົງ ເເລະ ກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.

      ໂອກາດດັ່ງກ່າວ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ຮ່ວມລົງນາມໃນງານດັ່ງກ່າວນຳອີກ.

error: Content is protected !!