ວັນທີ 21 ມີນາ 2022 ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມຄະນະ ໄດ້ລົງຊຸກຍູ້ວຽກງານການຜະລິດຫັດຖະກຳແຜ່ນແພ ຢູ່ບ້ານລ້ອງນາຍເກົ່າ ເມືອງບຸນໃຕ້ ໂດຍການຕ້ອນຮັບຂອງອົງການຈັດຕັ້ງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານລ້ອງນາຍເກົ່າຢ່າງອົບອຸ່ນ.


ທ່ານ ຈັນໜັ້ນ ອ່ອນສາ ນາຍບ້ານລ້ອງນາຍເກົ່າ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງບ້ານໃນໄລຍະທີ່ຜ່ານມາວ່າ: ບ້ານລ້ອງນາຍເກົ່າ ເປັນບ້ານຜະລິດປຸງເຕ່ງສິນຄ້າໂອດ໋ອບຂອງເມືອງ ເຊັ່ນ: ການຜະລິດຫັດຖະກໍາແຜ່ນແພຝ້າຍທຳມະຊາດເປັນສິນຄ້າ ບ້ານລ້ອງນາຍ ໄດ້ຕໍ່າຫູກ-ທໍຝ່າຍ-ຍ້ອມສີທຳມະຊາດ ໂດຍຕິດພັນກັບວິຖີດຳລົງຊີວິດຂອງເຜົ່າມາແຕ່ດົນນານແລ້ວ ໂດຍໄດ້ອີງໃສ່ທ່າແຮງຂອງບ້ານ ແຕ່ລະຄອບຄົວທີ່ມີ ໄດ້ທຳການຜະລິດແຜ່ນແພດ້ວຍຕົນເອງ ແລະ ສ້າງເປັນກຸ່ມການຜະລິດຫັດຖະກຳແຜ່ນແພເປັນສິນຄ້າຂອງບ້ານໄດ້ ໂດຍອີງໃສ່ວັດຖຸດິບທາງທໍາມະຊາດເຂົ້າໃນແຕ່ລະຂັ້ນຕອນຂອງການຜະລິດ ເປັນຕົ້ນ ຝ້າຍ ອຸປະກອນການຜະລິດຕ່າງໆ ສີຍ້ອມ ຈົນຮອດຂັ້ນຕອນສຳເລັດຂອງການຜະລິດ ການຕໍ່າຫູກທໍຝ້າຍ ຜະລິດເປັນແຜ່ນແພຂອງເຜົ່າຢັ້ງ ອັນພົ້ນເດັ່ນແມ່ນຮັກສາໄວ້ທາງດ້ານວັດທະນະທຳ ຮີດຄອງປະເພນີອັນດີງາມຂອງເຜົ່າເຊັ່ນ: ຄວາມອົດທົນດຸໝັ່ນຂະຫຍັນພຽນ ການນໍາໃຊ້ວັດຖຸດິບຈາກທ້ອງຖິ່ນ ມີຫົວຄິດປະດິດສ້າງທາງດ້ານສີໄມ້ລາຍມື ຫຼື ລວດລາຍຕ່າງໆ ແລະ ຍິ່ງໄປກວ່ານັ້ນ ການປະດັບປະດາລວດລາຍຕາມສີຍ້ອມຕ່າງໆ ແມ່ນນໍາໃຊ້ສີທີ່ໄດ້ມາຈາກທຳມະຊາດ 100% ບໍ່ໄດ້ນຳໃຊ້ສານເຄມີໃນການຍ້ອມສີ ເເລະ ເປັນຄ່ານິຍົມສູງ ໃນການຊື້-ຂາຍ ຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງສາມາດປະກອບສ່ວນເຂົ້າໃນການພັດທະນາດ້ານເສດຖະກິດ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍຄືການສ້າງຄວາມເຂັ້ມແຂງດ້ານລາຍຮັບທີ່ໝັ້ນຄົງຖາວອນ ຢູ່ພາຍໃນຄອບຄົວດ້ວຍຕົນເອງ ແລະ ໄດ້ມີການຈັດຕັ້ງເປັນກຸ່ມການຜະລິດຜະລິດເປັນສິນຄ້າ ມາຮອດປັດຈຸບັນ ມີສະມາຊິກພາຍໃນກຸ່ມການຜະລິດທີ່ມາຈາກແຕ່ລະຄອບຄົວລວມທັງໝົດ 60 ຄົນ ແລະ ສາມາດສ້າງລາຍຮັບໄດ້ 60 ລ້ານ ຫາ 70 ລ້ານກີບຕໍ່ປີ.

# ຂ່າວ – ພາບ: ຊິລິການດາ