ລາວ-ບຣາຊິນ ລົງນາມສັນຍາການຮ່ວມມືດ້ານເຕັກນິກ

    ສປປ ລາວ ແລະ ສາທາລະນະລັດສະຫະພັນບຣາຊິນ ລົງນາມສັນຍາວ່າດ້ວຍການຮ່ວມດ້ານເຕັກນິກຮ່ວມກັນ ໂດຍມີເປົ້າໝາຍສົ່ງເສີມການຮ່ວມມືດ້ານວິຊາການໃນຂະແໜງການທີ່ເປັນບູລິມະສິດຂອງສອງຝ່າຍ ເຊັ່ນ: ກະສິກໍາ ລ້ຽງສັດ ສາທາລະນະສຸກ ການສຶກສາ ການຫຼຸດຜ່ອນຄວາມທຸກຍາກ ຄວາມໝັ້ນຄົງດ້ານອາຫານ ການເປັນມືອາຊີບ ແລະ ຂະແໜງການອື່ນໆທີ່ມີຄວາມສົນໃຈ ເພື່ອການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ.

    ພິທີລົງລົງນາມດັ່ງກ່າວ ຈັດຂຶ້ນວັນທີ 17 ມີນາ 2022 ຢູ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳລາຊະອານາຈັກໄທ ເຊິ່ງລົງນາມໂດຍທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສປປ ລາວ ປະຈຳລາຊະອານາຈັກໄທ ແລະ ທ່ານ José Borges dos Santos Júnior ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມສາທາລະນະລັດສະຫະພັນບຣາຊິນ ໂດຍມີສຳນັກງານຕັ້ງຢູ່ບາງກອກ ລາຊະອານາຈັກໄທໄທ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານເອກອັກຄະລັດຖະທູດທັງສອງປະເທດ ກໍໄດ້ສະແດງຄວາມປິຕິຍິນດີ ແລະ ເຊື່ອໝັ້ນວ່າ ສັນຍາວ່າດ້ວຍການຮ່ວມມືດ້ານເຕັກນິກຄັ້ງນີ້ ຈະສ້າງເງື່ອນໄຂສະດວກໃຫ້ການຮ່ວມມືຂະແໜງການຕ່າງໆ ໂດຍສະເພາະ ການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ລະຫວ່າງສອງປະເທດໃຫ້ມີການ ຂະຫຍາຍຕົວເພີ່ມຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດລາວ ແລະ ບຣາຊິນໃນຊຸມປີຕໍ່ໜ້າ ສປປ ລາວ ແລະ ສາທາລະນະລັດສະຫະພັນບຣາຊິນ ສ້າງຕັ້ງສາຍ​ພົວພັນ​ການ​ທູດນຳກັນ ວັນທີ 12 ມິຖຸນາ 1995 ນັບແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນເປັນຕົ້ນມາ ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ບຣາຊິນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສອງຝ່າຍໄດ້ ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນຫຼາຍລະດັບ ການພົວພັນສອງຝ່າຍມີການພົວພັນຮ່ວມມືກັນຢ່າງ ປົກກະຕິນໍາກັນຕະຫຼອດມາ ໂດຍສະເພາະ ໃນໂອກາດສໍາຄັນຕ່າງໆ ການນໍາຂັ້ນສູງຂອງສອງປະເທດ ກໍໄດ້ສົ່ງສານອວຍພອນເຊິ່ງກັນ ແລະ ກັນ.

    ໃນຜ່ານມາ ລັດຖະບານບຣາຊິນ ໄດ້ໃຫ້ທຶນເຝິກອົບຮົມສໍາລັບນັກການທູດໜຸ່ມນ້ອຍ ກີລາບານເຕະ ແລະ ຂໍ້ລິເລີ່ມໂຄງການຊົນລະປະທານແກ່ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ນອກນີ້ ບຣາຊິນຍັງໄດ້ ສະແດງຄວາມສົນໃຈໃນການສຶກສາຄວາມເປັນໄປໄດ້ການຮ່ວມມືດ້ານການລ້ຽງງົວພັນຊີ້ນເພື່ອສົ່ງອອກ ຂາຍໃຫ້ ສປ ຈີນ.

# ຂ່າວ – ພາບ: ສະບາໄພ

error: Content is protected !!