ກວດພົບການຕິດເຊື້ອພະຍາດໂຄວິດ-19 ໃໝ່ 2.328 ຄົນ ເສຍຊີວິດອີກ 2

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານໃຫ້ຮັບຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ປະຈໍາວັນທີ 22 ມີນາ ປີ 2022 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 21 ມີນາ 2022 ໄດ້ກວດວິເຄາະທັງໝົດ 5.976 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 2.328 ຄົນ (ຕິດເຊື້ອພາຍໃນ 2.306 ຄົນ ແລະ ນໍາເຂົ້າ 22 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 2.306 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີ:

  • ນະຄອນຫຼວງ 1.329 ຄົນ
  • ສະຫັວນນະເຂດ 169 ຄົນ
  • ຊຽງຂວາງ 137 ຄົນ
  • ອຸດົມໄຊ 106 ຄົນ
  • ຄໍາມ່ວນ 85 ຄົນ
  • ໄຊຍະບູລີ 84 ຄົນ
  • ວຽງຈັນ 75 ຄົນ
  • ບໍ່ແກ້ວ 65 ຄົນ
  • ສາລະວັນ 63 ຄົນ
  • ບໍລິຄໍາໄຊ 49 ຄົນ
  • ຫົວພັນ 47 ຄົນ
  • ອັດຕະປື 22 ຄົນ
  • ໄຊສົມບູນ 20 ຄົນ
  • ຫຼວງພະບາງ 17 ຄົນ
  • ຫຼວງນໍ້າທາ 14 ຄົນ
  • ຈໍາປາສັກ 9 ຄົນ
  • ເຊກອງ 8 ຄົນ
  • ຜົ້ງສາລີ 7 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 22 ຄົນ ຈາກນະຄອນຫຼວງ 2 ຄົນ ສະຫວັນນະເຂດ 1 ຄົນ ຈໍາປາສັກ 1 ຄົນ ຊຽງຂວາງ 7 ຄົນ ແລະ ຫົວພັນ 11 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 154.094 ຄົນ ອອກໂຮງໝໍວັນທີ 21 ມີນາ 2022 ມີ 153 ຄົນ ກຳລັງປິ່ນປົວ 2.280 ຄົນ ແລະ ເສຍຊີວິດທັງໝົດ 651 ຄົນ (ເສຍຊີວິດໃໝ່ 2 ຄົນ) ຜູ້ເສຍຊີວິດໃໝ່ 2 ຄົນ ຢູ່ເຊກອງ 1 ຄົນ ແລະ ຈຳປາສັກ 1 ຄົນ.

    ສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກແມ່ນຍັງບໍ່ມີທ່າອຽງຫຼຸດລົງເທື່ອ ຫຼາຍປະເທດໄດ້ມີການລະບາດຮອບໃໝ່ ເຮັດໃຫ້ມີໂຕເລກຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ທຽບໃສ່ໄລຍະຜ່ານມາ ເປັນຕົ້ນແມ່ນບັນດາປະເທດຢູ່ໃນຂົງເຂດພາກຟື້ນອາຊີ ໃນນີ້ ສ ເກົາຫຼີ ກໍເປັນປະເທດທີ່ມີຜູ້ຕິດເຊື້ອໃໝ່ສູງກ່ວາໝູ່ໃນທົ່ວໂລກ ແຕ່ລະວັນ ມີລາຍງານຫຼາຍກ່ວາ 300.000 ກໍລະນີ ແລະ ປະເທດອ້ອມຂ້າງເຮົາກໍແມ່ນ ສ ສ ຫວຽດນາມ ມີລາຍງານຫຼາຍກ່ວາ 100.000 ກໍລະນີ ໃນແຕ່ລະວັນ  ແລະ  ລາຊະອານາຈັກໄທ  ແມ່ນຫຼາຍກ່ວາ 20.000 ກໍລະນີ ສາເຫດຂອງການລະບາດຮອບນີ້ ແມ່ນເກີດຈາກການລະບາດສາຍພັນໂອມິຄຣອນ BA2.

    ສໍາລັບ ສປປ ລາວ ຕົວເລກຜູ້ຕິດເຊື້ອທົ່ວປະເທດ ແມ່ນສືບຕໍ່ເພີ່ມຂຶ້ນ ວັນທີ 21 ມີນາ 2022 ມີລາຍງານຜູ້ຕິດເຊື້ອທັງໝົດ 2.328 ກໍລະນີ ເຊີ່ງກວມເອົາ 38,95% ຂອງຕົວຢ່າງທີ່ກວດຫາເຊື້ອໃນ 5.967 ຕົວຢ່າງ ໃນນີ້ ນະຄອນຫຼວງວຽງຈັນ ຕິດເຊື້ອຫຼາຍກ່ວາໝູ່ກວມເອົາ 57% ຂອງຜູ້ຕິດເຊື້ອທັງໝົດ ເຊິ່ງສະຖິຕິຕິດເຊື້ອມື້ນີ້ເປັນຈຳນວນຕິດເຊື້ອສູງສຸດໃນ ສປປລາວ ທຽບໃສ່ໄລຍະຜ່ານມາ.

    ຈຸດບໍລິການເກັບຕົວຢ່າງເພື່ອກວດຫາເຊືື້ອໂຄວິດ-19 ໃນທົ່ວປະເທດ ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດເພີ່ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ສ່ວນຈຸດກວດຢູ່ນະຄອນຫຼວງວຽງຈັນ ມີໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ນອກຈາກນັ້ນ ພວກເຮົາກໍຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.

    ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນ ມີ:ຈຸທີ 1 ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ຈຸດທີ 2 ໂຮງໝໍເມືອງ 9 ຕົວເມືອງ ຈຸດທີ 3 ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ) ຈຸດທີ 4 ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ວັນຈັນ- ພະຫັດ ໃນໂມງລັດຖະການ) ສຳລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.

.

# ຂ່າວ – ພາບ: ສີພອນ

error: Content is protected !!