ການນຳພັກ-ລັດ ວາງພວງມາລາ ລະນຶກວັນສ້າງຕັ້ງພັກຄົບຮອບ 67 ປີ

     ວັນທີ 22 ມີນາ 2022 ບັນດາການນຳພັກ-ລັດ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີ ນັກຮົບນິລະນາມ (ດາວແດງ) ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22/03/1955-22/03/2022).   

    ການວາງພວງມາລາຄັ້ງນີ້ ເປັນການສະແດງຄວາມເຄົາລົບຮັກ ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

    ພາຍຫຼັງສຳເລັດການວາງພວງມາລາທີ່ອານຸສາວະລີນັກຮົບນິລະນາມແລ້ວ ຄະນະການນຳພັກ-ລັດ ຍັງໄດ້ສືບຕໍ່ໄປວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສາວະລີ ປະທານໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ.

     ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດ ແລະ ເປັນແບບຢ່າງອັນໃສແຈ້ງໃຫ້ແກ່ທົ່ວພັກ ແລະ ທົ່ວປວງຊົນລາວທັງຊາດ ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຍືນຍົງໃນດວງໃຈຂອງປວງຊົນລາວທັງຊາດຕະຫຼອດກາລະນານ.

 (ຂ່າວ+ພາບ : ຂປລ)

error: Content is protected !!