ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມີນາ 2022 ຈັດຂຶ້ນວັນທີ 21 ມີນາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນ ພວມສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ໃນຂະນະດຽວກັນ ສະພາບການຂອງໂລກຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ເຄັ່ງຮ້ອນ ສຳລັບຢູ່ ສປປ ລາວ ຍັງປະເຊີນກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄພເງິນເຟີ້ ລາຄານໍ້າມັນເຊື້ອໄຟ ທີ່ມີການເໜັງຕີງ ແລະ ມີທ່າອ່ຽງນັບມື້ເພີ່ມຂຶ້ນ ຍ້ອນໄດ້ຮັບຜົນກະທົບຈາກປັດໄຈພາຍນອກ ໄດ້ກາຍເປັນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ດັ່ງນັ້ນ ສິ່ງສໍາຄັນ ຈໍາເປັນ ແລະ ຮີບດ່ວນທີ່ສຸດ ຂອງລັດຖະບານໃນໄລຍະນີ້ ແມ່ນສືບຕໍ່ສຸມທຸກກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອເລັ່ງຟື້ນຟູເສດຖະກິດຂອງປະເທດເຮົາໃຫ້ຄືນສູ່ສະພາບປົກກະຕິໂດຍໄວ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໃນເງື່ອນໄຂຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດຕາມແຜນທີ່ກຳນົດໄວ້.

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນມີນາ 2022 ຈະໄດ້ດຳເນີນເປັນເວລາ 2 ວັນ ຄືວັນທີ 21-22 ມີນາ 2022 ເຊິ່ງເນື້ອໃນຂອງກອງປະຊຸມຈະໄດ້ປຶກສາຫາລື ຄົົ້ນຄວ້າ ແລະ ເປັນເອກະພາບກັນຕໍ່ 9 ຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນໃນການແກ້ໄຂບັນຫາລວມຂອງຊາດຄື:

- ສະຫຼຸບວຽກງານພົົ້ນເດັ່ນ ປະຈໍາເດືອນມີນາ ແລະ ທິດທາງແຜນການປະຈໍາເດືອນເມສາ 2022 ຂອງລັດຖະບານ
- ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ສ້າງໃໝ່)
- ຮ່າງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (ປັບປຸງບາງມາດຕາ)
- ຮ່າງລັດຖະບັນຍັດວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ (ສະບັບປັບປຸງ)
- ຮ່າງດໍາລັດວ່າດ້ວຍໃບເກັບເງິນ (ສະບັບປັບປຸງ)
- ຮ່າງດໍາລັດ ວ່າດ້ວຍພົນລະເມືອງກິດຕິມະສັກ
- ຮ່າງດໍາລັດວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ
- ຮ່າງດໍາລັດ ວ່າດ້ວຍຄ່າແຮງງານຂອງຜູ້ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ
- ຮ່າງຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີີ່ຕົກຄ້າງຢູ່ສປປ ລາວ.
.
# ຂ່າວ – ພາບ: ຊິລິການດາ