ລາວ-ຫວຽດນາມ ສຸມໃສ່ 7 ເນື້ອໃນ ເພື່ອຮ່ວມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022

    ໃນວັນທີ 21 ມີນາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ເປີດກອງປະຊຸມພົບປະລະຫວ່າງສອງ ກະຊວງ ແຜນການ ແລະ ການລົງທຶນ ຂອງ ສປປ ລາວ ແລະ  ສສ ຫວຽດນາມຂຶ້ນ ຕາງໜ້າໃຫ້ຄະນະຜູ້ແທນຝ່າຍລາວ ໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ໂດຍທ່ານ ຫງວຽນ ຈີ້ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ມີບັນດາທ່ານຮອງລັດຖະມົນຕີ ຫົວໜ້າຫ້ອງການ ຫົວໜ້າກົມ ຫົວໜ້າສະຖາບັນ ແລະ ວິຊາການຂອງສອງປະເທດເຂົ້າຮ່ວມ.

    ກອງປະຊຸມໄດ້ຕົກລົງຮ່ວມກັນ ເພຶ່ອຈັດຕັ້ງປະຕິບັດແຜນສືບຕໍ່ການຮ່ວມມືກັນລະຫວ່າງ 2 ກະຊວງໃຫ້ບັນລຸໝາກຜົນຢ່າງຈົບງາມ ເພື່ອພ້ອມກັນສ້າງຜົນງານໃນໂອກາດແຫ່ງການສະເຫຼີມສະຫຼອງ “ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ໂດຍມີເນື້ອໃນສຳຄັນດັ່ງນີ້:

  1. ສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງສອງກະຊວງແຜນການ ແລະ ການລົງທຶນ ລາວ-ຫວຽດນາມ ໃນຂົງເຂດແຜນການ ແລະ ການລົງທຶນ ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດ ແລະ ສົ່ງເສີມ ຄຸ້ມຄອງການລົງທຶນຂອງວິສາຫະກິດຢູ່ແຕ່ລະປະເທດ ພ້ອມທັງເປັນໃຈກາງໃນການປະສານງານເພື່ອກະຕຸກຊຸກຍູ້ໃຫ້ບັນດາວິສາຫະກິດທີ່ໄດ້ມີສັນຍາ ຫຼື ຂໍ້ຕົກລົງຮ່ວມກັນ ໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້ ແລະແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆຂອງບັນດາໂຄງການລົງທຶນທີ່ໄດ້ຮັບອະນຸຍາດໃນແຕ່ລະໄລຍະ ໃຫ້ຫຼຸດລົງ
  2. ກະຊວງແຜນການ ແລະ ການລົງທຶນຫວຽດນາມ ສືບຕໍ່ຊ່ວຍກະຊວງແຜນການ ແລະ ການລົງທຶນລາວ ໃນການກໍ່ສ້າງ ບຳລຸງສ້າງດ້ານວິຊາສະເພາະໃຫ້ແກ່ພະນັກງານຂະແໜງແຜນການ ແລະ ການລົງທຶນ ຂອງລາວໃນແຕ່ລະໄລຍະ ໂດຍສະເພາະແມ່ນການຝຶກອົບຮົມ ການລົງທຶນເອກະຊົນ ແລະ ເຂດເສດຖະກິດພິເສດ ວິທີການຄຸ້ມຄອງ ແລະ ຈັດສັນທຶນຂອງໂຄງການລົງທຶນຂອງລັດ ແລະ ໂຄງການຊ່ວຍເຫຼືອຈາກຕ່າງປະເທດ ວຽກງານສະຖິຕິດ້ານຄຸ້ມຄອງບໍລິຫານ ແລະ ການຝຶກພາສາຫວຽດນາມຢູ່ ສະຖານີວິທະຍຸ (VOV)
  3. ພິຈາລະນາກອບການຮ່ວມມືໃນວຽກງານການຄົ້ນຄ້ວາລະຫວ່າງສະຖາບັນຄົ້ນຄວ້າຂອງ 2 ກະຊວງ ໂດຍຝ່າຍລາວແມ່ນສະຖາບັນຄົ້ນຄວ້າວິໄຈການພັດທະນາ (Viện nghien cứu phat triển/Development Research Institute) ແລະ ຝ່າຍຫວຽດນາມ ແມ່ນ 2 ສະຖາບັນຄື ສະຖາບັນຄົ້ນຄວ້າຄຸ້ມຄອງບໍລິຫານເສດຖະກິດສູນກາງ (Viện Nghien cứu quản ly kinh tế Trung ương/Central Institute for Economic Management)  ແລະ ສະຖາບັນຍຸດທະສາດການພັດທະນາ (Viện Chiến lược phat triển/Institute for Development Strategy)  
  4. ກະຊວງແຜນການ ແລະ ການລົງທຶນຫວຽດນາມ ສືບຕໍ່ເປັນຂົວຕໍ່ໃນການຂົນຂວາຍ ແລະ ໂຄສະນາເຜີຍແຜ່ ເພື່ອດຶງດູດເອົານັກລົງທຶນຈາກ ສສ ຫວຽດນາມ ທີມີຄຸນນະພາບໃຫ້ນັບມື້ນັບເພີ່ມຂື້ນ
  5.  ສະຫະກົມສະຖິຕິ ກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ສືບຕໍ່ໃຫ້ການຊ່ວຍເຫຼືອໃນການຝຶກອົບຮົມດ້ານສະຖິຕິໃຫ້ພະນັກງານສະຖິຕິຂອງລາວ
  6. ສືບຕໍ່ສ້າງເງື່ອນໄຂໃຫ້ມີການພົບປະແລກປ່ຽນລະຫວ່າງຄະນະນຳຂອງ 2 ກະຊວງ ແລະ ບັນດາກົມກອງຕ່າງໆ ແລະ ກະຊວງແຜນການ ແລະ ການລົງທຶນຫວຽດນາມ
  7. ສືບຕໍ່ຊ່ວຍສະໜັບສະໜູນການຫັນເປັນທັນສະໄໝຂອງຂະແໜງແຜນການ ແລະ ການລົງທຶນລາວ ດ້ວຍການປັບປຸງ ຫຼື ພັດທະນາໂປຣແກຣມຄຸ້ມຄອງວຽກງານວິຊາສະເພາະແບບທັນສະໄໝ ທີ່ນໍາໃຊ້ຢູ່ໃນກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ສາມາດນໍາໃຊ້ຢູ່ໃນກະຊວງແຜນການ ແລະ ການລົງທຶນລາວ ໃນປີ 2022.

# ຂ່າວ – ພາບ : ບຸນມີ

error: Content is protected !!