ເມືອງສີໂຄດຕະບອງ ຫວນຄືນວັນສ້າງຕັ້ງວັນສໍາຄັນ

    ເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງກ່ຽວກັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22.3.1955-22.3.2022) ແລະ ວັນຜູ້ເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດຄົບຮອບ 76 ປີ (21.3.1946-21.3.2022) ດັ່ງນັ້ນ ເມືອງສີໂຄດຕະບອງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອຂອງສອງວັນດັ່ງກ່າວຂຶ້ນໃນວັນທີ 18 ມີນາ 2022 ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ກຽດປາຖະກະຖາໂດຍທ່ານ ເຂັມເພັດ ແພງດວງຈັນ ອະດີດຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ (ພະນັກງານບໍານານ) ມີບັນດາຄະນະພັກ ຄະນະປະຈໍາ ຫ້ອງການອ້ອມຂ້າງເມືອງ ເລຂາພັກບ້ານ ນາຍບ້ານ ແລະ ກຸ່ມ ປກສ-ປກຊ ເຂົ້າຮ່ວມ.

     ໂອກາດດັ່ງກ່າວ ທ່ານ ເຂັມເພັດ ແພງດວງຈັນ ໄດ້ຍົກໃຫ້ເຖິງການກໍາເນີດພັກປະຊາຊົນລາວ ຜົນສໍາເລັດແຫ່ງການຊີ້ນໍານໍາພາພັກຂອງພັກປະຊາຊົນລາວໃນແຕ່ໄລຍະ ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ເຂົ້າໃນການພັດທະນາປະເທດຊາດ ຈາກນັ້ນ ທ່ານໄດ້ເລົ່າມູນເຊື້ອວັນຜູ້ເສຍອົງຄະ ແລະ ເສຍຊີວິດເພື່ອປະເທດຊາດ ໂດຍໄດ້ຍົກໃຫ້ເຫັນເຖິງສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງໜ່ວຍພັກເມືອງທ່າແຂກ ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ຄວາມໝາຍຄວາມສໍາຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແລະ ເສີມຂະຫຍາຍມູນເຊື້ອ 21 ມີນາ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນໃຫ້ປາກົດຜົນເປັນຈິງ ທັງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ໄດ້ຖອດຖອນຮໍ່າຮຽນເອົາບົດຮຽນອັນລໍ້າຄ່ານີ້ ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຕົວຈິງ ເພື່ອປັບປຸງຊິວິດການເປັນຢູ່ ຄອບຄົວ ບ້ານ ເມືອງ ແລະ ປະເທດຊາດໃຫ້ດີຂຶ້ນ.

error: Content is protected !!