ສານປະຊາຊົນສູງສຸດ ຍົກລະດັບຄວາມຮູ້ວຽກງານກໍ່ສ້າງພັກ

    ວັນທີ 18 ມີນາ 2022 ທີ່ສານປະຊາຊົນສູງສຸດ (ສປສສ) ໄດ້ເປີດຊຸດເຝີກອົບຮົມວຽກງານກໍ່ສ້າງພັກໃຫ້ບັນດາເລຂາ ຮອງເລຂາ ແລະ ຜູ້ກວດກາປະຈຳໜ່ວຍພັກຂອງສານປະຊາຊົນສູງສຸດ ໂດຍເປັນປະທານຂອງ ສະຫາຍ ຄຳພັນ ບຸນພາຄົມ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ມີບັນດາສະຫາຍເລຂາ ຮອງເລຂາ ຜູ້ກວດກາປະຈຳໜ່ວຍພັກແຕ່ລະກົມ ຫ້ອງການ ຄະນະສານ ສະຖາບັນຄົ້ນຄວ້າ ແລະ ເຝີກອົບຮົມເຂົ້າຮ່ວມ.

   ການຈັດເຝີກອົບຮົມຄັ້ງນີ້ ເພື່ອເປັນການຜັນຂະຫຍາຍຕາມແຈ້ງການແນະນຳເລກທີ 18/ຄອສພ ຂອງຄະນະໂຄສະນາອົບຮົມສູນກາງພັກ ພ້ອມນີ້ ຍັງເພື່ອເປັນການຄໍານັບຮັບຕ້ອນ ແລະ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2022) ຄົບຮອບ 67 ປີ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບຫົວຂໍ້ : ວຽກງານການຂະຫຍາຍພັກ ການຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ-ໜ່ວຍພັກ ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ ຄຸ້ມຄອງຍົກຍ້າຍ ແລະ ຮ່ວມຊີວິດພັກ ວຽກງານອອກບັດ ແລະ ມອບບັດສະມາຊີກພັກ ເຊິ່ງບັນດາບົດຮຽນເຫຼົ່ານັ້ນ ຈະເປັນທິດສະດີພື້ນຖານ ເພື່ອໝູນໃຊ້ເຂົ້າໃນຊີວິດປະຈໍາວັນຂອງຄະນະໜ່ວຍພັກ ໃນການນໍາພາປະຕິບັດແຜນການກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ການຜັນຂະຫຍາຍມະຕິ ຄໍາສັ່ງຂອງພັກ ກົດໝາຍ ດໍາລັດ ແລະ ລະບຽບການຕ່າງໆທີ່ພັກ-ລັດວາງອອກ.

# ຂ່າວ – ພາບ : ລັດເວລາ

error: Content is protected !!