ຂົວຂ້າມແມ່ນໍາລາຍ ໄດ້ໄຂໃຫ້ປະຊາຊົນບ້ານບົວບານຊົມໃຊ້ແລ້ວ

    ພິທີມອບ-ຮັບຂົວຂ້າມແມ່ນໍ້າລາຍ ຈັດຂຶ້ນວັນທີ 19 ມີນາ 2022 ທີ່ຂົວຂ້າມແມ່ນນໍ້າລາຍ ບ້ານບົວບານ ເມືອງປາກລາຍ ແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍການນໍາແຂວງ ເຈົ້າເມືອງ ພະແນກ ອໍານາດການປົກຄອງ ແລະ ປະຊາຊົນພາຍໃນບ້ານບົວບານ.

    ທ່ານ ສົມແພງ ປັນຍາທິລາດ ຫົວໜ້າບໍລິສັດ ປັນຍາທິລາດ ກໍ່ສ້າງຂົວທາງຈໍາກັດ ຜູ້ຮັບເໝົາກໍ່ສ້າງຂົວນໍ້າລາຍ ກ່າວວ່າ: ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ເດືອນພຶດສະພາ 2020 ແລະ ສໍາເລັດ 100% ໃນເດືອນກັນຍາ 2021 ຂົວດັ່ງກ່າວ ເປັນຂົວເບເລ່ (ຂົວເຫຼັກ) ກວ້າງ 4,08 ແມັດ ຍາວ 26,67 ແມັດ ຫີນພູລ໋ອກເສົາ ແລະ ຝາປີກ ຫົວເສົາເປັນເບຕົ່ງເສີມເຫຼັກ ທາງລົດແລ່ນປູດ້ວຍໄມ້ ກໍ່ສ້າງທາງເຂົ້າ ສອງສົ້ນຂົວກວ້າງ 8 ແມັດ ລວມທັງບ່າທາງ ມີຮ່ອງລະບາຍນໍ້າ ຍາວ 300 ແມັດ ໜ້າທາງປູດ້ວຍດິນຫີນ ຕິດຕັ້ງປ້າຍຈະລາຈອນ ແລະ ເຫຼັກປະກັນໄພ ມູນຄ່າ 5 ຕື້ກີບ ໂດຍແມ່ນທຶນຂອງປະຊາຊົນສົມທົບກັບທຶນຂອງລັດ.

ແຫຼງຂໍ້ມູນຈາກ: ນັກຂ່າວຫ້ອງວ່າການແຂວງໄຊຍະບູລີ

error: Content is protected !!