ພາຍໃຕ້ການນໍາພາຂອງພັກ ບໍລິສັດດາວທຽມລາວ ຮັບປະກັນສະໜອງການສົ່ງສັນຍານທົ່ວສັງຄົມ

    ທ່ານ ສີສັນ ປອງນະທີ ອົງຄະນະພັກະຊວງເຕັກໂນໂລຊີ ແລະ ການສື່ສານ ເລຂາໜ່ວຍພັກ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ໃຫ້ສໍາພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີທີ່ກໍາລັງຈະໜູນວຽນມາເຖິງໃນມໍ່ໆນີ້ ວ່າ: ຂ້າພະເຈົ້າມີຄວາມຮູ້ສຶກປິຕິຊົມຊື່ນ ພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ຄືດັ່ງທີ່ພວກເຮົາໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງແລ້ວວ່າ  ຕະຫຼອດໄລຍະ 67 ປີທີ່ຜ່ານມາ ພັກປະຊາຊົນ ປະຕິວັດລາວ ແມ່ນໄດ້ສືບທອດພາລະກິດປະຕິວັດຂອງພັກກອມມູນິດອິນດູຈີນ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງແກນສານ ນໍາພາກໍ່ຕັ້ງ ທະນຸບໍາລຸງ ເຝິກຝົນຫຼໍ່ຫຼອມ ກໍ່ສ້າງ ແລະ ປັບປຸງໃຫ້ໜັກແໜ້ນ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

   ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພັກປະຊາຊົນປະຕິວັດລາວ ໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ແລະ ເພື່ອອຸດົມການສັງຄົມນິຍົມ ຜົນງານອັນໃຫຍ່ຫຼວງ ແລະ ພົ້ນເດັ່ນໃນໄລຍະໃໝ່ນີ້ ພັກເຮົາໄດ້ມີການຫັນປ່ຽນໃໝ່ໃນການນໍາພາຂອງຕົນໃຫ້ສອດຄ່ອງກັບສະພາບຄວາມຈິງຂອງປະເທດຊາດ ແລະ ສາກົນ ດ້ວຍການວາງແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກ ເຊິ່ງສາມາດປົກປັກຮັກສາຄວາມເປັນເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ ເສດຖະກິດ-ສັງຄົມ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຫັນເປັນອຸດສະຫະກໍາ ຫັນເປັນທັນສະໄໝ ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການເສີມຂະຫຍາຍ ແລະ ເປີດກວ້າງອອກໃນສັງຄົມ ຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຄວາມເປັນປຶກແຜ່ນທົ່ວປວງຊົນລາວທັງຊາດ ນັບມື້ໄດ້ຮັບການປັບປຸງດີຂຶ້ນ ທີ່ຕັ້ງ ບົດບາດອິດທິພົນຂອງປະເທດຊາດໄດ້ຮັບການເຊີດຊູສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ບົນພື້ນຖານກໍາແໜ້ນທີ່ຕັ້ງ ພາລະບົດບາດ ໜ້າທີ່ຂອງຕົນ.

    ສໍາລັບໜ່ວຍພັກບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ພາຍໃຕ້ການນໍາພາ-ຊີ້ນໍາຮອບດ້ານຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໜ່ວຍພັກພວກເຮົາໄດ້ຮັກສາ ແລະ ຂະ ຫຍາຍບົດບາດການເປັນເສນາທິການໃຫ້ກະຊວງເຕັກໂນໂລຊີ ແລະ  ການສື່ສານ ແລະ ຄະນະພັກກະຊວງ ໃນການຕອບສະໜອງ ແລະ ຮັບປະກັນທາງດ້ານການສື່ສານໂທລະຄົມຜ່ານລະບົບໃຫ້ກັບອົງການຈັດຕັ້ງພາກລັດ ແລະ ເອກະຊົນ ໂດຍສະເພາະ ແມ່ນໄດ້ຕອບສະໜອງການສື່ສານຜ່ານລະບົບດາວທຽມເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຫດການໄພພິບັດທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດ ແລະ ອີກໜຶ່ງໜ້າທີ່ຍຸດທະສາດ ແມ່ນຮັບປະກັນການການສົ່ງສັນຍານບັນດາສະຖານີໂທລະພາບ ແລະ ວິທະຍຸກະຈາຍສຽງຂອງສູນກາງ ແລະ ທ້ອງຖິ່ນ.

    ນອກຈາກການປະຕິບັດໜ້າທີ່ຍຸດທະສາດທີ່ໄດ້ກ່າວມາຂ້າງເທິງນັ້ນ ທາງຄະນະພັກພວກເຮົາຍັງໄດ້ເອົາໃຈໃສ່ໃນການສ້າງພັກທາງດ້ານການເມືອງ-ແນວຄິດ ເປັນວຽກງານຢູ່ແຖວໜ້າ ເພື່ອໃຫ້ຖັນແຖວສະມາຊິກພັກ ໄດ້ຮັບການສຶກສາຮ່ໍາຮຽນອຸດົມການຂອງພັກ ທັດສະນະຫຼັກໝັ້ນຊົນຊັ້ນ ທິດສະດີມາກ-ເລນິນ ແນວຄິດໄກສອນ ພົມວິຫານ ແນວທາງການເມືອງຂອງພັກ ທາດແທ້ມູນເຊື້ອຂອງຊາດ ແລະ ຂອງພັກ ພ້ອມດຽວກັນນີ້ ກໍໄດ້ເອົາໃຈໃສ່ຊີ້ນໍາຄົ້ນຄວ້າຮ່ໍາຮຽນເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ ບັນດາມະຕິຂອງພັກ ໃຫ້ຖັນແຖວສະມາຊິກພັກຢ່າງທົ່ວເຖິງດ້ວຍຫຼາຍຮູບການຫຼາຍວິທີການ ສຸມໃສ່ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂຄສະນາອົບຮົມເພື່ອອົບຮົມເປົ້າໝາຍມະຫາຊົນຜູ້ກ້າວໜ້າຂະຫຍາຍເຂົ້າພັກ ເຮັດໃຫ້ການຂະຫຍາຍພັກມີຄຸນນະພາບດີຂຶ້ນ ເຮັດໃຫ້ວຽກງານປ້ອງກັນພັກ-ພະນັກງານ ກາຍເປັນສະຕິຄວາມຮັບຜິດຊອບຂອງທຸກພາກສ່ວນ.

    ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ໃນປີນີ້ ຂ້າພະເຈົ້າຂໍຕາງໜ້າຄະນະພັກ-ຄະນະອໍານວຍການ ແລະ ພະນັກງານ ສະມາຊິກພັກ ພາຍໃນບໍລິສັດ ຂໍຈົດຈໍາ ແລະ ຮູ້ບຸນຄຸນຢ່າງສູງຕໍ່ພັກປະຊາຊົນ ປະຕິວັດລາວ ແລະ ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ ຈົ່ງມີສຸຂະພາບທີ່ເຂັ້ມແຂງ ມີຜົນສໍາເລັດໃນໜ້າທີ່ວຽກງານ ສືບຕໍ່ເປັນຫຼັກແຫຼ່ງແກ່ນສານໃນການນໍາພາ-ຊີ້ນໍາ ການພັດທະນາປະເທດຊາດໃຫ້ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ພິເສດ ເນື່ອງໃນໂອກາດບັ້ນກະກຽມກອງປະຊຸມໃຫຍ່ ຄັ້ງທີ 2 ຂອງຜູ້ແທນພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ກໍາລັງຈະໄຂຂຶ້ນໃນວັນທີ 28-29 ມີນາ 2022 ນີ້ ໃນນາມໜ່ວຍພັກບໍລິສັດ ຂໍອວຍພອນໄຊໃຫ້ກອງປະຊຸມຈົ່ງດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ແລະ ຂໍໃຫ້ກອງປະຊຸມຄັດເລືອກໄດ້ຜູ້ທີ່ມີຄວາມຮູ້ ຄວາມສາມາດຮອບດ້ານ ເພື່ອເປັນຫຼັກແຫຼ່ງແກ່ນສານນໍາພາວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃຫ້ເຕີບໃຫຍ່ ເຂັ້ມ ແຂງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

# ຂ່າວ – ພາບ: ສີພອນ

error: Content is protected !!