ລາວ-ຫວຽດນາມ ສົ່ງເສີມການລົງທຶນໃນຫຼາຍຮູບແບບ

    ໃນວັນທີ 21 ມີນາ 2022 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ ຈັດກອງປະຊຸມພົບປະລະຫວ່າງ ການນຳ ກະຊວງແຜນການ ແລະ ການລົງທຶນ ຂອງລາວ ແລະ ຫວຽດນາມ ແລະ ນັກທຸລະກິດຂອງສອງປະເທດ ຕາງໜ້າໃຫ້ຄະນະຜູ້ແທນຝ່າຍລາວ ນໍາໂດຍທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນໍາໂດຍທ່ານ ຫງວຽນ ຈີ້ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ປະທານຄະນະກຳມະການຮ່ວມມືຫວຽດນາມ-ລາວ ມີບັນດາທ່ານຮອງລັດຖະມົນຕີ ວິສາຫະກິດສອງປະເທດ ແລະ ວິຊາການຂອງສອງປະເທດ ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອດຶງດູດນັກລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ຂອງສອງປະເທດ ແມ່ນໜຶ່ງໃນບັນດາກິດຈະກໍາທີ່ເປັນໝາກຜົນຈາກການຮ່ວມມືຂອງສອງພັກ-ສອງລັດ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ພ້ອມທັງເປັນການປະກອບສ່ວນອັນສໍາຄັນໃນການສ້າງບັນຍາກາດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ໃນປີ 2022 ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ.

    ໃນໄລຍະ 2 ປີຜ່ານມາ ລັດຖະບານໄດ້ຕັ້ງໜ້າເອົາໃຈໃສ່ວຽກງານປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໂດຍແນໃສ່ແກ້ໄຂບັນຫາສິ່ງກິດຂວາງ ທີ່ເປັນອຸປະສັກໃນການດໍາເນີນທຸລະກິດ ລວມທັງການຕັດຂອດຂັ້ນການພິຈາລະນາອະນຸມັດຂອງຂະແໜງການພາກລັດທີ່ບໍ່ຈໍາເປັນອອກ ເພື່ອເຮັດໃຫ້ກົນໄກການພິຈາລະນາອະນຸມັດການລົງທຶນກະທັດຮັດ ​ແລະ ​​ສົ່ງ​ເສີມ​ການ​ລົງທຶນໃຫ້​ມີຄວາມເປັນເອກະພາບໂປ່ງໃສ ວ່ອງໄວ ທັນຕາມກຳນົດເວລາຢ່າງມີປະສິດທິພາບ ແລະ ປະສິດທິຜົນ ສາມາດແຂ່ງຂັນ ແລະ ດຶງດູດການລົງທຶນໃຫ້ຫຼາຍ ແລະ ມີຄຸນນະພາບໄດ້ ໄປຄຽງຄູ່ກັນນັ້ນ ວຽກງານສົ່ງເສີມການລົງທຶນໃນໄລຍະການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ລັດຖະບານຍັງສືບຕໍ່ຂົນຂວາຍການລົງທຶນໂດຍກົງຈາກພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໂດຍຊຸກຍູ້ໃຫ້ບັນດາບໍລິສັດທີ່ໄດ້ລົງທຶນໄປແລ້ວ ໃຫ້ສາມາດດໍາເນີນທຸລະກິດໄດ້ ພ້ອມນັ້ນ ກໍໄດ້ສ້າງບັນຊີຮຽກການລົງທຶນ ການສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ ອຸດສາຫະກໍາປຸງແຕ່ງ ການຜະລິດກະສິກໍາເປັນສີນຄ້າ ສົ່ງເສີມການລົງທຶນໃນຮູບແບບການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (PPP).

    ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນດ້ວຍບັນຍາກາດອັນຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນທີ່ສົມບູນຄົບຖ້ວນ ແລະ ສະແດງເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງສອງຝ່າຍ ກໍຄືການຊີ້ນໍາ-ນໍາພາຂອງຄະນະນໍາຂອງສອງກະຊວງ ແຜນການ ແລະ ການລົງທຶນ ລາວ ແລະ ຫວຽດນາມ ພ້ອມດ້ວຍສະຖານທູດຫວຽດນາມ ປະຈໍາ ສປປ ລາວ  ທີ່ເຮັດໃຫ້ກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສໍາຄັນ ໄດ້ຮັບຜົນສໍາເລັດອັນຈົບງາມ.

# ຂ່າວ – ພາບ: ບຸນມີ

error: Content is protected !!