ແຂວງຫຼວງພະບາງ ມອບເງິນຊ່ວຍເຫຼືອ ສປ ຈີນ

     ຍ້ອນເຫັນໄດ້ຄວາມສາມັກຄີ ສາຍພົວພັນການຮ່ວມມືຮອບດ້ານສອງຊາດ ລາວ-ຈີນ ໃນວັນທີ 12 ມີນາ 2020 ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມຄະນະ ໄດ້ນໍາເອົາເງິນ 20.000 ໂດລາສະຫະລັດ ຫຼືປະມານ 177.919.395 ກີບ ໄປມອບໃຫ້ທ່ານ ຫຼີ ຈື່ກົງ ຫົວໜ້າກົງສູນໃຫຍ່ຈີນ ປະຈຳພາກເໜືອຂອງລາວ ແຂວງຫຼວງພະບາງ ເພື່ອນໍາໄປມອບຕໍ່ໃຫ້ລັດຖະບານຈີນ ໃນການຊ່ວຍເຫຼືອຜູ້ປະສົບໄພ ແລະ ຕິດພະຍາດ ເຊື້ອຈຸລະໂລກ ໂຄໂລນາ ສາຍພັນໃໝ່ ຫຼື COVID-19 ເກີດຂຶ້ນຢູ່ ສປ ຈີນ.    

ທ່ານ ຫຼີ ຈື່ກົງ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານແຫ່ງ ສປປ ລາວ ກໍຄືແຂວງຫຼວງພະບາງ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງໄດ້ລາຍງານສະພາບພະຍາດທີ່ເກີດຂຶ້ນຢູ່ປະເທດຈີນ ໃຫ້ທ່ານເຈົ້າແຂວງຫຼວງພະບາງຮັບຮູ້ວ່າ: ເຊື້ອຈຸລະໂຣກ COVID-19 ເກີດຂຶ້ນຢູ່ ສປ ຈີນ ພະຍາດດັ່ງກ່າວໄດ້ລະບາດຢ່າງໄວວາ ແລະ ແຜ່ລາມເປັນວົງກວ້າງໄປທົ່ວປະເທດ ມາຮອດປັດຈຸບັນ ກໍມີການລະບາດຢູ່ຫຼາຍປະເທດໃນທົ່ວໂລກ ໂດຍສະເພາະແມ່ນແຂວງ ອູຮັ່ນ ສປ ຈີນ ເປັນແຂວງທີ່ໄດ້ຮັບຜົນກະທົບ ແລະ ເກີດການລະບາດຂອງເຊື້ອພະຍາດຈຸລະໂຣກ COVID-19 ກ່ອນໝູ່ ເຊິ່ງມີຜູ້ຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼາຍ ປັດຈຸບັນປະເທດຈີນມີຜູ້ຕິດເຊື້ອເຖິງ 80.000 ກວ່າຄົນ ແຕ່ເຖິງຢ່າງໃດກໍຕາມ ຍ້ອນຄວາມເອົາໃຈໃສ່ຂອງລັດຖະບານຈີນ ໃນການຕ້ານ-ສະກັດກັ້ນ ແລະ ຄວບຄຸມພະຍາດດັ່ງກ່າວ ເຊິ່ງມາຮອດປັດຈຸບັນແມ່ນມີທ່າອ່ຽງຫຼຸດລົງ ແລະ ປິ່ນປົວດີກັບສູ່ຄອບຄົວແລ້ວເປັນຈຳນວນຫຼາຍ ມາຮອດດຽວນີ້ ທົ່ວປະເທດຈີນເຫຼືອພຽງ 15 ກໍລະນີ ແລະ 6 ກໍລະນີມາຈາກຕ່າງປະເທດ ມີຕິດເຊື້ອພວມປິ່ນປົວຍັງເຫຼືອ 14,000 ກໍລະນີ ກໍລະນີສົງໄສ 253 ກໍລະນີ ສ່ວນຢູ່ແຂວງ ຢູນນານ ມີຜູ້ຕິດເຊື້ອ 174 ກໍລະນີ ປິ່ນປົວດີ 172 ກໍລະນີ ປັດຈຸບັນທົ່ວປະເທດຈີນສາມາດຄວບຄຸມໄດ້ດີຂຶ້ນຕາມລະດັບ ແລະ ພວມກ້າວເຂົ້າສູ່ສະພາບປົກກະຕິ.

error: Content is protected !!