ຈົ່ງຕິດຕາມແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ

    ເນື່ອງຈາກປັດຈຸບັນ ສະພາບການລະບາດຂອງພະຍາດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື COVID-19 ໄດ້ຂະຫຍາຍເປັນວົງກວ້າງໃນບັນດາປະເທດພາກພື້ນ ແລະ ຫຼາຍປະເທດໃນໂລກ ເຖິງແມ່ນວ່າລາວເຮົາຍັງບໍ່ທັນພົບຜູ້ຕິດເຊື້ອພະຍາດດັ່ງກ່າວ ແລະ ບໍ່ທັນມີຂໍ້ມູນການຕິດເຊື້ອພະຍາດຂອງແຮງງານລາວທີ່ກໍາລັງເຮັດວຽກຢູ່ຕ່າງປະເທດກໍຕາມ ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ມີການຕິດເຊື້ອພະຍາດໃສ່ແຮງງານລາວທີ່ໄດ້ຮັບອະນຸຍາດໃຫ້ໄປເຮັດວຽກ ລວມທັງແຮງງານລາວທີ່ກໍາລັງຈະໄປເຮັດວຽກຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນ ຕາມການຈັດສັນຂອງສູນບໍລິການຈັດຫາງານ ແລະ ບັນດາວິສາຫະກິດບໍລິການຈັດຫາງານ.

    ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ສະບັບເລກທີ 0711/ຮສສ ລົງວັນທີ 11 ມີນາ 2020 ໃຫ້ເອົາໃຈໃສ່ດັ່ງນີ້ ໃຫ້ຕິດຕາມຜູ້ອອກແຮງງານລາວທີ່ຖືກຈັດສົ່ງໄປເຮັດວຽກຢູ່ປະເທດໄທ ສ ເກົາຫຼີ ແລະ ຍີ່ປຸ່ນຢ່າງໃກ້ຊິດ ໃນກໍລະນີມີແຮງງານທີ່ຖືກສົງໄສ ແລະ ຕິດເຊື້ອພະຍາດCOVID-19 ຕ້ອງໃຫ້ການຊ່ວຍເຫຼືອ ແລະ ລາຍງານມາຍັງກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຊາບໂດຍໄວ ພິຈາລະນາຂົງເຂດທີ່ສົ່ງແຮງງານລາວໄປເຮັດວຽກ ຖ້າບໍ່ຈໍາເປັນຄວນຍົກເລີກການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດໃນໄລຍະທີ່ກໍາລັງມີການແຜ່ລະບາດຂອງພະຍາດນີ້ຈົນກວ່າສະພາບຈະເຂົ້າສູ່ພາວະປົກກະຕິ ແລະ ໃນການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ລວມທັງກັບຄືນປະເທດຂອງແຮງງານລາວ ຕ້ອງໄດ້ປະຕິບັດຕາມແຈ້ງການແນະນໍາຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແຕ່ລະໄລຍະຢ່າງເຂັ້ມງວດ.

error: Content is protected !!