ຄບຕ ສ້າງຂະບວນການອອກແຮງງານລວມຕ້ອນຮັບວັນສ້າງຕັ້ງພັກຄົບຮອບ 67 ປີ

    ໃນວັນທີ 19 ມີນາ 2022 ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ນຳໂດຍທ່ານ ສົມບູນ ອາຄະວົງສາ ຮອງຫົວໜ້າຫ້ອງການ ຄບຕ ພ້ອມດ້ວຍພະນັກງານ ໄດ້ສ້າງຂະບວນການອອກແຮງງານອະນາໄມ ເກັບມ້ຽນຂີ້ເຫຍື້ອ ຕັດຫຍ້າ ປັດກວາດສາຍທາງ ແລະ ລ້າງທາງ ພ້ອມທັງຕິດທຸງຊາດ-ທຸງພັກ ແລະ ທຸງທິວ ຄຳຂວັນ ຕັ້ງແຕ່ຖະໝົນ 23 ສິງຫາ ຫາ ວົງວຽນ 450 ປີ ນັ້ນກໍເພື່ອສ້າງຂະບວນການຄຳນັບຮັບຕ້ອນວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ 22 ມີນາ ຄົບຮອບ 67 ປີ ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນໂຮຈີ່ມິນ ແລະ ວັນສຳຄັນຕ່າງໆຂອງຊາດ.

ຂ່າວພາບ :  ເພັດສະໝອນ

error: Content is protected !!