ເມືອງສັງທອງ ເປີດຂະບວນການເຄື່ອນໄຫວສັກຢາວັກຊິນປ້ອງກັນພະຍາດໂຄວິດ-19

    ວັນທີ 18 ມີນາ 2022 ທ່ານ ດາວ ສີສຸບິນ ຫົວໜ້າຈຸງານສັກຢາ ຫ້ອງການສາທາລະນະສຸກເມືອງສັງທອງ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 22-26 ກຸມພາ 2022 ຜ່ານມາ ຫ້ອງການສາທາລະນະສຸກເມືອງສັງທອງ ໄດ້ເປີດຂະບວນການເຄື່ອນໄຫວສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຮອບຕະລຸມບອນ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ພະນັກງານ ທະຫານ ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນ ຜູ້ທີ່ເປັນກຸ່ມເປົ້າໜາຍນັບຕັ້ງແຕ່ອາຍຸ 6 ປີຂຶ້ນໄປ ເຊິ່ງມີກຸ່ມເປົ້າໜາຍທັງໜົດ 28.638 ຄົນ ເຊິ່ງມາຮອດປັດຈຸບັນ ເຂັມທີ 1 ສັກໄດ້ 26.256 ເຂັມ ເຂັມທີ 2 ສັກໄດ້ 17.995 ເຂັມ ເຂັມທີ 3 ສັກໄດ້ 7.573 ເຂັມ ໃນນັ້ນ ອາຍຸ 6-11 ປີ ສັກໄດ້ 2.672 ເຂັມ 12-17 ປີ ສັກໄດ້ 5.498 ເຂັມ 18-59 ປີ ສັກໄດ້ 35.250 ເຂັມ 60 ປີ ຂຶ້ນໄປ ສັກໄດ້ 3.825 ເຂັມ ຢາທີ່ນໍາມາສັກໃນຄັ້ງນີ້ ມີ 3 ຊະນິດຄື: SINOPHARM, ASTRAZENECA  ແລະ PFIZER.

error: Content is protected !!