ສະຫະພັນແມ່ຍິງກະຊວງ (ຍທຂ) ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 112 ປີ

    ສະຫະພັນແມ່ຍິງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ 1910 – 8 ມີນາ 2022) ຄົບຮອບ 112 ປີ ພາຍໃຕ້ຄຳຂວັນ “ຄວາມສະເໝີພາບຍິງ-ຊາຍໃນມື້ນີ້ເພື່ອຄວາມຍືນຍົງໃນອະນາຄົດ” ທີ່ກະຊວງ ຍທຂ ເມື່ອມໍ່ໆມານີ້ ເປັນກຽດປາຖະກະຖາໂດຍທ່ານນາງ ວັນ ວີລະພັນ ປະທານສະຫະພັນແມ່ຍິງ ກະຊວງ ຍທຂ ໂດຍມີທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ມີຄອບຄົວການນຳກະຊວງ ແລະ ສະຫະພັນແມ່ຍິງຮາກຖານອ້ອມຂ້າງກະຊວງເຂົ້າຮ່ວມ.

    ທ່ານນາງ ວັນ ວີລະພັນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ ນອກຈາກນີ້ພິທີຍັງຮັບຟັງການປະກອບຄຳຄິດເຫັນກ່ຽວກັບຄວາມໝາຍ ຄວາມສຳຄັນຂອງແມ່ຍິງ ໃນການປະຕິບັດໜ້າທີ່ວິຊາສະເພາະຈາກຕາງໜ້າຫະສະພັນກຳມະບານ ຊາວໜຸ່ມ ກະຊວງ ຍທຂ ພ້ອມກັນນັ້ນ ຍັງໄດ້ມອບໃບຍ້ອງຍໍທີ່ມີຜົນງານດີເດັ່ນການຊີ້ນຳ-ນຳພາໃນການປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII (2016-2020) ແລະ ໄດ້ຮັບຟັງການໂອ້ລົມຂອງທ່ານນາງ ວິໄລຄຳ ໂພສາລາດ ອີກດ້ວຍ.

error: Content is protected !!