ຮ່ວມມືວ່າດ້ວຍການສ້າງ-ບໍລິຫານ ຖານຂໍ້ມູນແຮງງານແບບທັນສະໄໝ

    ພິທີລົງນາມຮ່ວມມືວ່າດ້ວຍການສ້າງ ແລະ ບໍລິຫານຖານຂໍ້ມູນແຮງງານແບບທັນສະໄໝຂອງ ສປປ ລາວ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແລະ ບໍລິສັດ ເຄເອັມ ໄອທີ ອິນເວສເມັນ ຈໍາກັດ (KM IT Invesment Co,. Ltd) ຈັດຂຶ້ນວັນທີ 18 ມີນາ 2022 ທີ່ເຮືອນຮັກແຂກກະຊວງ ຮສສ ຮ່ວມລົງນາມຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ແລະ ທ່ານ ວິຈິດ ຊິນດາວົງ ຮອງປະທານອາວຸໂສ ກຸ່ມບໍລິສັດ ເອໄອເອັບ (AIF) ຕາງໜ້າບໍລິສັດ KM IT Invesment Co ມີທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການບໍລິຫານຖານຂໍ້ມູນແຮງງານແບບທັນສະໄໝຂອງ ສປປ ລາວ ເປັນໂຄງການໜຶ່ງທີ່ນອນໃນຍຸດທະສາດແຫ່ງຊາດ ການຫັນເປັນທັນສະໄໝຂອງຂະແໜງແຮງງານ ເພື່ອຮັບປະກັນໃຫ້ວຽກງານການບໍລິຫານ ຄຸ້ມຄອງ ແລະ ການບໍລິການດ້ານແຮງງານດ້ວຍລະບົບຖານຂໍ້ມູນທີ່ທັນສະໄໝ ທີ່ມີລັກສະນະແບບຄົບວົງຈອນ ສາມາດເຊື່ອມໂຍງຂໍ້ມູນກັບບັນດາກະຊວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ການຂຶ້ນທະບຽນແຮງງານພາຍໃນ ແລະ ຕ່າງປະເທດ ການຕິດຕາມລະບົບເງິນເດືອນ ການເສຍອາກອນຂອງແຮງງານ ແລະ ອື່ນໆ ພາຍຫຼັງການເຊັນສັນຍາຮ່ວມມື ສະບັບນີ້ແລ້ວ ບໍລິສັດຈະໄດ້ດຳເນີນການຈັດຕັ້ງປະຕິບັດຕາມແຜນ ແລະ ຂັ້ນຕອນຕ່າງໆ ເຊິ່ງຈະປະກອບມີຫຼາຍໜ້າວຽກ ແຕ່ວຽກໃຫຍ່ໆອັນເປັນພື້ນຖານສໍາຄັນ ຈະມີບາງອັນຄື: ປະກອບອຸບປະກອນຮັບໃຊ້ຫ້ອງການຄົບຊຸດ ລວມທັງເຄື່ອງຄອມພິວເຕີ້ໃຫ້ພະນັກງານ ຈັດການເຝິກອົບຮົມໃນການຂຶ້ນທະບຽນແຮງງານໃຫ້ແກ່ພະນັກງານວິຊາການ (ຄາດໝາຍຈະໃຫ້ສຳເລັດໃນທ້າຍເດືອນເມສາ 2022) ປະສານງານກັບຫົວໜ່ວຍແຮງງານຕາມຕາຕະລາງນັດໝາຍທີ່ຂະແໜງແຮງງານກຳນົດໄວ້ ເລີ່ມຕົ້ນການຂຶ້ນທະບຽນແຮງງານພາຍໃນເດືອນພຶດສະພາ 2022 ໂດຍກຳນົດເອົາ 4 ແຂວງໃຫຍ່ເປັນຈຸດສຸມຕົ້ນຕໍພາຍໃນປີ 2022 ຄື: ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງພະບາງ ແລະ ແຂວງ ຈຳປາສັກ) ແລະ ຈະສືບຕໍ່ຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນແຮງງານໄປແຂວງອື່ນໃນຂອບເຂດທົ່ວປະເທດ ຕາມຕາຕະລາງແຜນວຽກຕົວຈິງໃນບາດກ້າວຕໍ່ໄປ.

# ຂ່າວ – ພາບ :  ວຽງມາ

error: Content is protected !!