ຫາລືແລກປ່ຽນການທູດເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

    ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເວທີແລກປ່ຽນການທູດເສດຖະກິດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Mekong-Lancang Cooperation Economic Diplomacy Conference) ທີ່ນະຄອນຫຼວງພະບາງ ໃນວັນທີ 18 ມີນາ 2022 ພາຍໃຕ້ການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມຈາກປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ MLC (ກໍາປູເຈຍ ສປ ຈີນ ມຽນມາ ໄທ ແລະ ຫວຽດນາມ) ຜູ້ຕາງໜ້າສະຖານທູດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ MLC ຢູ່ ສປປ ລາວ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ.

    ເປົ້າໝາຍຫຼັກຂອງກອງປພຊຸມດັ່ງກ່າວ ແມ່ນເພື່ອແລກປ່ຽນບົດຮຽນ ປະສົບການ ແລະ ການປະຕິບັດຕົວຈິງໃນການດໍາເນີນວຽກງານການທູດເສດຖະກິດຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບນະໂຍບາຍການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ໂດຍສະເພາະ ການເຊື່ອມໂຍງ-ເຊື່ອມຈອດ ການຄ້າ ແລະ ການລົງທຶນ ພາຍໃຕ້ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ລະຫວ່າງພາກລັດ ແລະ ພາກເອກະຊົນ ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພ້ອມທັງເປັນການສືບຕໍ່ຮັດແໜ້ນການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ໃນໄລຍະທີ່ປະເຊີນໜ້າກັບຄວາມຫຍຸ້ງຍາກໃນການໄປມາຫາສູ່ກັນ ໂດຍມີຜູ້ເຂົ້າຮ່ວມບັນຍາຍຈາກ 6 ປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ມາຮ່ວມແລກປ່ຽນບົດຮຽນນໍາກັນ ໂດຍສະເພາະ ກັບບັນດາປະເທດທີ່ມີປະສົບການສູງໃນການເຄື່ອນໄຫວວຽກການທູດເສດຖະກິດ ເພື່ອປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄືການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ເພື່ອສົ່ງເສີມການຄ້າ ດຶງດູດການລົງທຶນ ການທ່ອງທ່ຽວ ການພັດທະນາສີມືແຮງງານການຜະລິດສິນຄ້າກະສິກຳ ການນໍາເຂົ້າ-ສົ່ງອອກ ແລະ ອື່ນໆ. ນອກນັ້ນ ຍັງເປັນການແລກປ່ຽນຄວາມຮູ້ ເຕັກນິກວິຊາການ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບການຮ່ວມມືການທູດເສດຖະກິດຂຶ້ນເປັນກ້າວໆ.

error: Content is protected !!