ສປປ ລາວ-ຊາອຸດິ ອາຣັບບີ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື

    ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກ ຊາອຸດິ ອາຣັບບີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ວັນທີ 18 ມີນາ 2022 ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດ. ໃນການພົບປະດັ່ງກ່າວ ຝ່າຍລາວຍັງໄດ້ສະເໜີໃຫ້ລັດຖະບານຊາອຸດິ ອາຣັບບີ ຊ່ວຍພິຈາລະນາໃຫ້ການຊ່ວຍເຫຼືອພັດທະນາດ້ານຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ເປັນຕົ້ນແມ່ນການໃຫ້ທຶນຝຶກອົບຮົມພາສາອັງກິດ ແລະ ພາສາອາຣັບ ທັງໄລຍະສັ້ນ ແລະ ໄລຍະຍາວ  ໃຫ້ແກ່ພະນັກງານການທູດຂອງລາວ  ການເຂົ້າມາລົງທຶນໃນຂະແໜງຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ດ້ານການຜະລິດກະສິກໍາສະອາດ ຢູ່ ສປປ ລາວ ແລະ ການນໍາເຂົ້າຜະລິດຕະພັນກະສິກໍາຂອງ ສປປ ລາວ ໄປຍັງ ຊາອຸດິ ອາຣັບບີ ທັງນີ້ກໍເພື່ອເຮັດໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ.

    ໃນຂະນະດຽວກັນ ທ່ານລັດຖະມົນຕີ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ ໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກກ່ຽວຂ້ອງຂອງທັງສອງຝ່າຍ ປຶກສາຫາລື  ແລະ  ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ບັນດາຂໍ້ສະເໜີຕ່າງໆປາກົດຜົນເປັນຈິງ.

..

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!