ຍົກສູງຄວາມຮູ້ທັກສະການກວດກາເອກະສານເດີນທາງເຂົ້າ-ອອກດ່ານໃຫ້ມີຄວາມປອດໄພ

    ສະຖານທູດ ສ ອາເມຣິກາ ຈັດເຝິກອົບຮົມຫົວຂໍ້ “ທັກສະວິຊາການໃນການກວດກາເອກະສານເດີນ ທາງ ເຂົ້າ-ອອກເມືອງໃຫ້ມີຄວາມປອດໄພ” ໃຫ້ເຈົ້າໜ້າທີ່ພາສີ ຈາກບັນດາແຂວງພາກເໜືອ ແລະ ພະ ນັກງານປ້ອງກັນຄວາມປອດໄພ ກົມການບິນພົນລະເຮືອນ ຂຶ້ນວັນທີ 16-18 ມີນາ 2022 ຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍມີທ່ານ ສົມພົນ ສີຍາວົງ ຫົວໜ້າພະແນກປ້ອງກັນຄວາມປອດໄພ ກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ພຸດທະນິກອນ ເຄນນະວົງ ຫົວໜ້າພະແນກຮ່ວມມືສາກົນ ກົມພາສີ ກະຊວງການເງິນ ທ່ານ ອຽນ ນໍຣີສ ຫົວໜ້າພະແນກຮັກສາຄວາມປອດໄພ ສະຖານທູດ ສ ອາເມຣິກາ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ການເຝິກອົບຮົມຄັ້ງນີ້ ໄດ້ຮຽນຮູ້ທັກສະທີ່ສຳຄັນ ເຊັ່ນ: ການສັງເກດ ແລະ ກວດກາເອກະສານທີ່ປອມແປງ ການສັງເກດລັກສະນະຜູ້ແອບແຝງ ບັນດາສັນຍານບົ່ງບອກເຖິງການຄ້າມະນຸດທີ່ອາດພົບເຫັນໄດ້ໃນບັນດາດ່ານສາກົນ ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພຕາມຊາຍແດນ ໄດ້ເພີ່ມທັກສະຄວາມສາມາດໃນການນຳໃຊ້ເຕັກນິກດ້ານວິທະຍາສາດ ເພື່ອການຢັບຢັ້ງເອກະສານປອມແປງທີ່ອາດຖືກນຳໃຊ້ໂດຍອາຊະຍາກອນຂ້າມຊາດ ແລະ ອົງການອາຊະຍາກອນເຮັດຜິດກົດໝາຍຂ້າມຊາດ ທັກສະຄວາມສາມາດເຫຼົ່ານີ້ ຈະສົ່ງຜົນປະໂຫຍດໃຫ້ຄວາມປອດໄພຂອງປະເທດລາວ ແລະ ປະຊາຊົນລາວ ຕື່ມອີກ.

    ສະຖານທູດ ສ ອາເມຣິກາ ໄດ້ຈັດເຝິກອົບຮົມວຽກງານຮັກສາຄວາມປອດໄພ ແລະ ການບັງຄັບໃຊ້ກົດໝາຍໃຫ້ເຈົ້າໜ້າທີ່ຮັກສາຄວາມປອດໄພຊາຍແດນຂອງ ສປປ ລາວ ຫຼາຍກວ່າ 500 ທ່ານ ໃນໄລຍະ 10 ກວ່າປີຜ່ານມາ ໃນຫົວຂໍ້ ທັກສະການກວດກາເອກກະສານເດີນທາງປອມແປງ ການສັງເກດລັກສະນະຜູ້ແອບແຝງ ການນໍາໃຊ້ຫຼັກຖານດີຈີຕອນ ແລະ ເຕັກໂນໂລຊີ ໃນການສືບສວນຄະດີອາຍາ ແລະ ການຕ້ານການຄ້າມະນຸດ ສະຖານທູດ ສ ອາເມຣິກາ ມີຄວາມຕັ້ງໃຈສູງໃນການສືບຕໍ່ສະໜັບສະໜູນສ້າງຄວາມສາມາດໃຫ້ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງ ສປປ ລາວ.

# ຂ່າວ & ພາບ : :ສະບາໄພ

error: Content is protected !!