Samsung Galaxy S22 Series ວາງຈໍາໜ່າຍເປັນທາງການແລ້ວ ໃນ ສປປ ລາວ

    ໂທລະສັບມືຖື ຊຳຊຸງ ຮຸ່ນຫຼ້າສຸດ Galaxy S22 Series ວາງຈຳໜ່າຍເປັນທາງການແລ້ວໃນ ສປປ ລາວ ດ້ວຍຄຸນສົມບັດທີ່ທັນສະໄໝ ທະລຸທຸກຂີດຈໍາກັດຂອງໂທລະສັບມືຖືລະດັບ Flagship ທັງດ້ານການປະມວນຜົນ ການອອກແບບ ແລະ ປະສິດທິຜົນຂອງກ້ອງ ທີ່ສໍາຄັນແມ່ນເປັນຄັ້ງທໍາອິດທີ່ຜູ້ໃຊ້ຕະກູນ S ຈະສາມາດໃຊ້ງານ ແລະ ເກັບປາກກາ S Pen ໄວ້ໃນໂຕເຄື່ອງເລີຍ.

    Samsung Galaxy S22 Series ມີການເພີ່ມຄຸນສົມບັດໃໝ່ໃຫ້ຕະກູນ S ຫຼາຍຂຶ້ນກວ່າເກົ່າ ເຊັ່ນ: ການເພີ່ມ NPU ເພື່ອເຮັດໃຫ້ການປະມວນຜົນຂອງ AI ສາມາດເຮັດວຽກໄດ້ຢ່າງປະສິດທິຜົນ ການປັບປຸງເຕັກນິກການປະມວນຜົນຂອງ PD/AF ເຮັດໃຫ້ຮູບຖ່າຍ ແລະ ວີດີໂອ ໄດ້ຜົນງານລະດັບມືອາຊີບ ແລະ ໜ້າຈໍແບບ Dynamic AMOLED ທີ່ແຈ້ງກວ່າເກົ່າ ແຕ່ປະຢັດພະລັງງານຫຼາຍຂຶ້ນ ສໍາລັບ Samsung Galaxy S22 Series ປະກອບໄປດ້ວຍ S22 S22+ ແລະ S22 Ultra ໂດຍທຸກຮຸ່ນ ໃຊ້ຊິບເຊັດ Snapdragon 8 Gen 1 ເຊິ່ງອອກແບບດ້ວຍສະຖາປັດຕະຍະກໍາ 4 ນາໂນແມັດ ເຮັດໃຫ້ປະມວນຜົນກຣາຟິກໄດ້ດີກວ່າ 26% ພ້ອມໜ່ວຍປະມວນຜົນ NPU ເຊິ່ງຈະເພີ່ມປະສິດທິຜົນໃນການປະມວນຜົນ AI ໃຫ້ດີຂຶ້ນໄປອີກຂັ້ນ.

    Samsung ຄືຜູ້ນໍາໃນການເອົາເຕັກໂນໂລຊີ Dual Pixel ມາສູ່ໂທລະສັບມືຖື ເພື່ອເຮັດໃຫ້ສາມາດຖ່າຍຮູບໄດ້ຄົມຊັດ ແລະ ສວຍງາມໃນລະດັບມືອາຊີບ ແລະ ຍັງພັດທະນາເຕັກນິກຕ່າງໆ ເພື່ອໃຫ້ກ້ອງຂອງໂທລະສັບຊໍາຊຸງມີທ່າແຮງສູງສຸດສໍາລັບຜູ້ໃຊ້ງານ ຈົນມາຮອດຮຸ່ນ S22 ໄດ້ລໍ້າໜ້າໄປອີກຂັ້ນດ້ວຍເຕັກໂນໂລຊີການປະມວນຜົນຮູບຖ່າຍຂັ້ນສຸດທ້າຍດ້ວຍ AI ໃນສະພາວະແສງໜ້ອຍ ແບບ Dual Pixel PD/AF ຮ່ວມກັບລະບົບກັນສັ່ນ (OIS) ທີ່ບໍ່ພຽງແຕ່ສາມາດຖ່າຍຮູບກາງຄືນໃນໂໝດ Nightography ໃຫ້ເປັນເລື່ອງງ່າຍ ຍັງເຮັດໃຫ້ການຖ່າຍຮູບບຸກຄົນໃນໂໝດ Portrait ມີຄວາມໂດດເດັ່ນ ແລະ ການຖ່າຍວີດີໂອໃນໂໝດ Cinematic ໄດ້ຄຸນນະພາບອອກມາໃນລະດັບຮູບເງົາເລີຍ ນອກນີ້ເຕັກໂນໂລຊີການປະມວນຜົນຮູບຖ່າຍດ້ວຍ AI ຍັງເຮັດໃຫ້ການຖ່າຍພາບນິ່ງດ້ວຍກ້ອງ Samsung Galaxy S22 Series ມີຄວາມຄົມຊັດຫຼາຍຂຶ້ນ ສາມາດແຍກໄລຍະຄວາມຄົມຊັດເລິກ-ຕື້ນ ອອກຈາກກັນໄດ້ຢ່າງຊັດເຈນ ສວຍງາມ ພ້ອມຫຼຸດສັນຍານລົບກວນ (Noise) ໃນພາບ ເນື່ອງຈາກຢູ່ໃນສະພາວະແສງໜ້ອຍໄດ້ເປັນຢ່າງດີ.

    ໂຕເຄື່ອງຂອງ S22 ດ້ານຫຼັງເປັນວັດສະດຸ Armor Aluminum ສ່ວນດ້ານໜ້າຈໍເປັນແກ້ວ Gorilla Victus+ ທີ່ມີຄວາມທົນທານສູງ ພ້ອມລະບົບ Super-fast Charge ທີ່ຊ່ວຍໃຫ້ສາກແບັດຂຶ້ນໄວທັນໃຈ ນອກນີ້ ການວາງສະຖາປັດຕະຍະກໍາພາຍໃນໂຕເຄື່ອງຂອງ Samsung Galaxy S22 Series ຍັງເພີ່ມປະສິດທິຜົນໃນການໃຊ້ພະລັງງານໄດ້ດີກວ່າ ຂະນະທີ່ການໃຊ້ໜ້າຈໍແບບ Dynamic AMOLED ທີ່ມີຄວາມສະຫວ່າງສູງສູ້ແສງແດດ ແຕ່ສາມາດຫຼຸດ Refresh Rate ໄດ້ລະອຽດຍິ່ງຂຶ້ນ ຊ່ວຍໃຫ້ປະຢັດພະລັງງານໄດ້ດີກວ່າເກົ່າ ສໍາລັບຜູ້ທີ່ຊື້ Samsung Galaxy S22 ທຸກຮຸ່ນ ແຕ່ວັນທີ 18 ມີນາ-30 ເມສາ 2022 ຈະໄດ້ຮັບຂອງແຖມສຸດຄຸ້ມ ໃນນີ້ຮຸ່ນ S22 ແລະ S22+ ຈະໄດ້ຮັບເຄສໃສ ພ້ອມແນວຕັ້ງ ສ່ວນຜູ້ທີ່ຈອງຮຸ່ນ S22 Ultra ຈະໄດ້ຮັບເຄສໃສ ແລະ ແນວສາກໂທລະສັບໄຮ້ສາຍ ສາມາດສອບຖາມຂໍ້ມູນໄດ້ທີ່ Samsung Call Center: 021 417 333 Facebook Page: SamsungLaos Instagram: Samsungmobilelaos_official Tiktok: @Samsungmobilelaos.

# ຂ່າວ – ພາບ : ສະບາໄພ

error: Content is protected !!