ທາງລົດໄຟລາວ-ຈີນ ຂະຫຍາຍຈຸດຂາຍປີ້ໂດຍສານແຫ່ງທີ 2 ທີ່ຫຼວງພະບາງ

    ເພື່ອປັບປຸງຮູບແບບການບໍລິການຂາຍປີ້ຂອງທາງລົດໄຟລາວ-ຈີນທີ່ມີຢູ່ແລ້ວໃຫ້ດີຂຶ້ນກວ່າເກົ່າ ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊື້ປີ້ຂອງປະຊາຊົນໃນເມືອງລຽບຕາມເສັ້ນທາງລົດໄຟ ບວກກັບກະແສຕອບຮັບທີ່ດີຂອງຈຸດຂາຍປີ້ໃນນະຄອນຫຼວງວຽງຈັນ ບໍລິສັດທາງລົດໄຟລາວ-ຈີນ ຈຶ່ງໄດ້ເປີດຈຸດຂາຍປີ້ແຫ່ງທີ 2 ທີ່ຫຼວງພະບາງ ເຊິ່ງໄດ້ສຳເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການວັນທີ 17 ມີນາ 2022 ເຊິ່ງຈຸດຂາຍປີ້ດັ່ງກ່າວ ຕັ້ງຢູ່ຖະໜົນໂພທິສາລາດ ໃຈກາງຕົວເມືອງຫຼວງພະບາງ ກົງກັນຂ້າມກັບຕຶກສຳນັກງານຫ້ອງວ່າການແຂວງ ແລະ ພະແນກຕ່າງປະເທດ ຫ່າງຈາກຕະຫຼາດກາງຄືນ 650 ແມັດ ແລະ ຫ່າງຈາກເດີ່ນຈະຕຸລັດ 200 ແມັດ.

    ຈຸດຂາຍປີ້ລົດໄຟ ກຳນົດຂາຍປີ້ຈາກສະຖານີຫຼວງພະບາງ-ສະຖານີເມືອງໄຊ ສະຖານີບໍ່ເຕ່ນ (ຖ້ຽວລົດໄຟ C82) ແລະ ຫຼວງພະບາງ-ນະຄອນຫຼວງວຽງຈັນ ວັງວຽງ (ຖ້ຽວລົດໄຟ C81/C83) ສຳລັບລາຍລະອຽດ:ໄລຍະເວລາກ່ອນການຂາຍປີ້ແມ່ນ 3 ມື້ ແລະ ຈະຂາຍປີ້ສໍາລັບມື້ທີສາມທີ່ຈະອອກເດີນທາງເທົ່ານັ້ນ ປີ້ທີ່ຂາຍແມ່ນຄິດຄ່າບໍລິການນອກສະຖານທີ່ໃນລາຄາ 20.000 ກີບຕໍ່ປີ້ ເລີ່ມຂາຍປີ້ໃນເວລາ 10:00 ໂມງ ຫາ 12:00 ໂມງ 12:30 ໂມງ ຫາ 15:30 ໂມງທຸກໆມື້ ແລະ ຈະຢຸດຂາຍເມື່ອປີ້ໝົດ ແຕ່ລະຄົນຈໍາກັດພຽງແຕ່ 2 ປີ້ ໃນເວລາຊື້ປີ້ ຈໍາເປັນຕ້ອງກວດສອບບັດປະຈຳຕົວ ແລະ ໃບຢັ້ງຢືນການສັກວັກຊີນ (ບັດຂຽວ) ຂອງຜູ້ທີ່ຈະຊື້ປີ້ ຈຸດຂາຍປີ້ ຈະປະກາດຈໍານວນຖ້ຽວລົດໄຟທີ່ຂາຍ ລາຄາປີ້ ແລະ ຄ່າບໍລິການນອກສະຖານທີ່ ເພື່ອໃຫ້ຜູ້ໂດຍສານສາມາດເຫັນໄດ້ໃນເວລາຕົວຈິງ.

    ເພື່ອປັບປຸງປະສິດທິພາບການຂາຍປີ້ ຈຸດຂາຍປີ້ຮອງຮັບການຊຳລະເງິນດ້ວຍການຮູດບັດ (UnionPay) ແລະ QR Code ( Onepay, UnionPay, Alipay ແລະ Wechat ) ທີ່ເຄື່ອງ POS ປັດຈຸບັນຍັງບໍ່ຮອງຮັບການຊຳລະດ້ວຍເງິນສົດ ນອກນັ້ນ ນັບແຕ່ເປີດຈຸດຂາຍປີ້ຢູ່ນະຄອນຫຼວງວຽງຈັນເປັນຕົ້ນມາ ປະລິມານຄວາມຕ້ອງການໃນການຊື້ປີ້ກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ ລວມປີ້ທີ່ຈຳໜ່າຍໄດ້ທັງໝົດ 1.698 ປີ້ ພາຍໃນມື້ດຽວ ສາມາດຈຳໜ່າຍໄດ້ເຖິງ 193 ປີ້ ເຊິ່ງຊ່ວຍຊຸກຍູ້ການນຳໃຊ້ລົດໄຟຂອງຜູ້ໂດຍສານຢ່າງມີປະສິດທິພາບ ແລະ ຈຸຸດຂາຍປີ້ຫຼວງພະບາງ ກໍຈະສືບຕໍ່ຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານພາຍຫຼັງເປີດບໍລິການ ບໍລິສັດທາງລົດໄຟລາວ-ຈີນ ຈະສືບຕໍ່ຄົ້ນຄ້ວາ ແລະ ຂະຫຍາຍເປີດຈຸດຂາຍປີ້ຢູ່ເມືອງອື່ນ ບົນພື້ນຖານຈຸດຂາຍປີ້ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ຕາມຄວາມຕ້ອງການຂອງຜູ້ໂດຍສານ ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນໃນຕົວເມືອງລຽບຕາມເສັ້ນທາງລົດໄຟໃນການຊື້ປີ້ ແລະ ການເດີນທາງ.

(ທີ່ມາ: ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ)

error: Content is protected !!