ສ້າງຄວາມເຂັ້ມແຂງ ການຈັດຕັ້ງປະຕິບັດຈັນຍາບັນຂອງພະນັກງານ-ລັດຖະກອນ

    ກະຊວງພາຍໃນ ຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍຈັນຍາບັນ ແລະ ແນະນໍາການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ເປີດນຳໃຊ້ເຄື່ອງມືໂຄສະນາວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ວັນທີ 17 ມີນາ 2022 ທີ່ກະຊວງພາຍໃນ ເປັນປະທານຂອງທ່ານ ນິສິດ ແກ້ວປັນຍາ ຮອງລັັດຖະມົນຕີກະຊວງພາຍໃນ ມີທ່ານ Alexander Kremer ຜູ້ຈັດການທະນາຄານໂລກປະຈຳລາວ ທ່ານນາງ Baiba Zarina ເລຂາເອກສະຫະພາບເອີຣົບປະຈຳລາວ ພ້ອມດ້ວຍຫົວໜ້າກົມ ຮອງກົມ ພະແນກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

    ທ່ານ ນິສິດ ແກ້ວປັນຍາ ກ່າວວ່າ  ເພື່ອສ້າງຖັນແຖວພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານວິຊາການທີ່ດີ-ທີ່ເກັ່ງ ມີຄວາມສາມາດ ມີຄຸນທາດການເມືອງທີ່ໜັກແໜ້ນ ມີຄຸນສົມບັດສິນທໍາປະຕິວັດ ຈັນຍາບັນ ຈັນຍາທໍາ ມີນໍ້າໃຈເສຍສະຫຼະສູ ງເຂົ້າໃນການຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ ມີຄວາມຮູ້ ຄວາມສາມາດ ຄວາມຊໍານານ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນສະເພາະໜ້າ ແລະ ຍາວນານ ມີແບບແຜນເຮັດວຽກທີ່ມີວິທະຍາສາດ ເປັນແບບຢ່າງທີ່ດີໃນການດໍາລົງຊີວິດ ເພື່ອໃຫ້ສັງຄົມມີຄວາມເຫຼື່ອມໃສ ສັດທາຕໍ່ພະນັກງານ-ລັດຖະກອນ ແລະ ບົດບາດການນໍາພາຂອງພັກ-ການຄຸ້ມຄອງຂອງລັດ ແລະ ເພື່ອຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ ລັດຖະບານໄດ້ອອກດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ເພື່ອເປັນບ່ອນອີງໃນການປະພຶດ ແລະ ປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນໃນຂອບເຂດທົ່ວປະເທດ ໂດຍໃຫ້ຖືເອົາຈັນຍາບັນເປັນໝາກຫົວໃຈຂອງພະນັກງານ-ລັດຖະກອນ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ການເຜີຍແຜ່ ແລະ ແນະນໍາໃນການຈັດຕັ້ງປະຕິບັດຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ການປະກອບຄໍາເຫັນກ່ຽວກັບການສ້າງຈັນຍາບັນສະເພາະ ຂອງຂະແໜງການ ແລະ ເປີດນຳໃຊ້ວີດີໂອແຜນພາບໂຄສະນາ ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້ ທຸກຂະແໜງການຈະໄດ້ນຳໄປເຜີຍແຜ່ໃຫ້ກັບພະນັກງານ-ລັດຖະກອນທີ່ຢູ່ໃນການຄຸ້ມຄອງຂອງຕົນຮັບຮູ້ ແລະ ເຂົ້າໃຈ ເພື່ອສ້າງເປັນຈັນຍາບັນສະເພາະຂອງຂະແໜງການ   ທັງນີ້ກໍເພື່ອສ້າງໃຫ້ພະນັກງານແຕ່ລະຂົງເຂດ ຂະແໜງການ  ມີຄຸນທາດການເມືອງທີ່ໜັກ ແໜ້ນ ມີຄຸນສົມບັດສິນທໍາປະຕິວັດ ຈັນຍາບັນ ຈັນຍາທໍາ ມີນໍ້າໃຈເສຍສະຫຼະສູງ ເພື່ອຮັບໃຊ້ປະເທດຊາດ ມີຄວາມຮູ້ ຄວາມສາມາດ ຄວາມຊໍານານສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຂອງແຕ່ລະຂົງເຂດ.

..

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!