ມື້ນີ້ ກວດພົບຜູ້ຕິດເຊື້ອໂຄວິດ-19 ສູງເຖິງ 874 ຄົນ

    ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 17 ມີນາ 2022 ຢູ່ກະຊວງສາທາລະນະສຸກວ່າ: ສະພາບການຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາໃນວັນທີ 16 ມີນາ 2022 ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທົ່ວປະເທດທັງໝົດ 3.269 ຕົວຢ່າງ ແລະ ພົບເຊື້ອທັງໝົດ 874 ຄົນ (ຕິດເຊື້ອພາຍໃນ 855 ຄົນ ແລະ ຕິດເຊື້ອນໍາເຂົ້າ 19 ຄົນ) ການຕິດເຊືື້ອພາຍໃນໃໝ່ທົ່ວປະເທດຈາກ:ນະຄອນຫຼວງ 437 ຄົນ ແຂວງສະຫັວນນະເຂດ 143 ຄົນ ຊຽງຂວາງ69ຄົນ ຫົວພັນ30 ຄົນ ວຽງຈັນ 27 ຄົນ ບໍລິຄໍາໄຊ     23 ຄົນ ຄໍາມ່ວນ 19 ຄົນ ຫຼວງພະບາງ 18 ຄົນ ອຸດົມໄຊ 17 ຄົນ ສາລະວັນ 13 ຄົນອັດຕະປື 13 ຄົນ ຈໍາປາສັກ 12 ຄົນ ບໍ່ແກ້ວ 12ຄົນ ຫຼວງນໍ້າທາ 8 ຄົນ ໄຊຍະບູລີ 7  ຄົນ ຜົ້ງສາລີ 4 ຄົນ ເຊກອງ 2 ຄົນ ແລະ ແຂວງໄຊສົມບູນ 1 ຄົນ.

   ສຳລັບການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດ ຈາກແຂວງແສະຫວັນນະເຂດ 6 ຈໍາປາສັກ 5 ຄົນ ນະຄອນຫຼວງວຽງຈັນ 3 ຄົນ ຊຽງຂວາງ 4 ຄົນ ແລະ ແຂວງ ບໍລິຄໍາໄຊ 1 ຄົນ ເຊິ່ງທຸກຄົນແມ່ນໄດ້ເກັບຕົວຢ່າງ ແລະ ເຂົ້າຈຳກັດບໍລິເວນໃນສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ທັງໝົດ 149.131 ຄົນ  ເສຍຊີວິດສະສົມ 643 ຄົນ ປິ່ນປົວຫາຍດີ ແລະ ກັບບ້ານວັນທີ 16 ມີນາຜ່າມາ ມີ 67 ຄົນ ແລະ ກໍາລັງປິ່ນປົວ 1.349  ຄົນ.

   ສປປ ລາວ ຕົວເລກຜູ້ຕິດເຊື້ອທົ່ວປະເທດບໍ່ມີທ່າອ່ຽງທີ່ຈະຫຼຸດລົງ ແລະ ມື້ນີ້ກໍເປັນອີກມື້ໜຶ່ງທີ່ມີຜູ້ຕິດເຊື້ອເຖິງ 800 ກວ່າຄົນ ເຊິ່ງຍັງເປັນຕົວເລກທີ່ສູງຫຼາຍ ແລະ ເປັນມື້ທີ 3 ແລ້ວ ທີ່ມີໂຕຜູ້ຕິດເຊື້ອສູງກວ່າ 500 ຄົນຕໍ່ມື້  ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການລະບາດບໍ່ໃຫ້ມີການຕິດເຊື້ອເພີ່ມຂຶ້ນສູງໃນປະເທດພວກເຮົາ ຮຽກຮ້ອງມາຍັງປະຊົນລາວບັນດາເຜົ່າທົ່ວປະເທດ ຮ່ວມໃຈກັນໄປສັກວັກຊິນປ້ອງກັນໂຄວິດ-19 ໃຫ້ບັນລຸເປົ້າໝາຍທີ່ໄດ້ກໍານົດໄວ້ ແລະ ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ ແລະ ຮ່ວມແຮງຮ່ວມໃຈກ້າວຜ່ານການລະບາດຄັ້ງນີ້ໃຫ້ໄດ້ ແນໃສ່ເພື່ອຫຼຸດຜ່ອນການຕິດເຊື້ອພະຍາດໃຫ້ນັບມື້ຫຼຸດລົງເລື້ອຍໆ.

# ຂ່າວ : ລັດເວລາ

error: Content is protected !!