ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າ ໄຂກອງປະຊຸມໃຫຍ່ຄັ້ງທີ IV

    ກອງປະຊຸມໃຫຍ່ຄັ້ງທີ IV ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າ ຈັດຂຶ້ນວັນທີ 15 ມີນາ 2022 ທີ່ສູນເຝິກອົບຮົມລາວ-ຍີ່ປຸ່ນ (ICTC) ເປັນປະທານຂອງທ່ານ ປຣະຈິດ ໄຊຍະວົງ ປະທານສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າ ເປັນກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍສະມາຊິກສະມາຄົມ ແລະ ຂະແໜງການກ່ຽວຂ້ອງ.

    ທ່ານ ປຣະຈິດ ໄຊຍະວົງ ກ່າວວ່າ: ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າ ສ້າງຕັ້ງຂຶ້ນໃນປີ 2003 ປັດຈຸບັນມີສະມາຊິກ 51 ຫົວໜ່ວຍ ການພັດທະນາເສດຖະກິດໄດ້ດຳເນີນໄປໃນສະພາບທີ່ປະເທດພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ທີ່ສົ່ງຜົນໃຫ້ອັດຕາການເຕີບໂຕທາງດ້ານເສດຖະກິດບໍ່ໄດ້ຕາມຄາດໝາຍຂອງແຜນການ ເຖິງແນວໃດກໍຕາມ ເຫັນວ່າໂຄງປະກອບເສດຖະກິດມະຫາພາກ ໂດຍສະເພາະ ຂະແໜງການບໍລິການຍັງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກວມອັດຕາການເຕີບໂຕເສດຖະກິດ (GDP) ເປັນສ່ວນໃຫຍ່ ໃນນັ້ນ ມູນຄ່າຈໍລະຈອນສິນຄ້າສະເລ່ຍເພີ່ມຂຶ້ນ 10,2% ຂອງ GDP ເທົ່າກັບ 285.153 ຕື້ກີບ ຫຼຸດແຜນການທີ່ວາງໄວ້ 1,8% (ແຜນການ 12%) ການບໍລິການຂົນສົ່ງ-ຈັດສົ່ງ ດຳເນີນປົກກະຕິ ໂດຍອີງໃສ່ທີ່ຕັ້ງຂອງປະເທດລາວທີ່ບໍ່ມີຊາຍແດນຕິດກັບທະເລ ແຕ່ເປັນຈຸດເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນ ການຂົນສົ່ງທາງບົກ ແລະ ທາງລາງຜ່ານປະເທດລາວ ພ້ອມກັນນັ້ນ ການຂົນສົ່ງພາຍໃນ ໄດ້ພັດທະນາເປັນລະບົບຕໍ່ເນື່ອງຕາມທິດຫັນເປັນທັນສະໄໝເທື່ອລະກ້າວ ເຕີບໂຕໄປຄຽງຄູ່ກັບການຂະຫຍາຍຕົວຂອງຂະແໜງອຸດສາຫະກຳ ກະສິກຳ ການຄ້າພາຍໃນ ແລະ ລະຫວ່າງປະເທດ.

    ກອງປະຊຸມຄັ້ງນີ້ ໄດ້ມອບໂລ້ທີ່ລະນຶກໃຫ້ແກ່ຄະນະບໍລິຫານງານສະມາຄົມ ເພື່ອເປັນການຊົມເຊີຍຜົນງານການປະຕິບັດວຽກງານໄລຍະຜ່ານມາ 12 ທ່ານ ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ຈາກນັ້ນກໍໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ ມີຜູ້ສະໝັກ 14 ທ່ານ ເລືອກເອົາ 9 ທ່ານ ຜ່ານການປ່ອນບັດເລືອກຕັ້ງ ທ່່ານ ສາຄອນ ພິລາງາມ ຖືກເລືອກເປັນປະທານ ທ່ານ ພຶດສະພາ ພົມມະສັກ  ທ່ານ ວຽງຄອນ ສິດທິໄຊ ທ່ານ ສີສະຫວັນ ມາຢົ່ງເຊິນ ທ່ານ ນາງ ທຸນສະຫວັນ ສີຈັນທອງທິບ ເປັນຮອງ ແລະ 4 ທ່ານເປັນຄະນະ ໂອກາດນີ້ ກໍໄດ້ຮັບຟັງການໂອ້ລົມຂອງທ່ານລັດຖະມົນຕີຕື່ມອີກ.

.

# ຂ່າວ – ພາບ : ວຽງມາ

error: Content is protected !!