LaoVietBank ຮ່ວມໃຈຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 112 ປີ

    ໃນວັນທີ 11 ມີນາ 2022 ທີ່ຜ່ານມາ ອົງການກາເເດງລາວ ຮ່ວມກັບທະນາຄານຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ (LaoVietBank) ໄດ້ຈັດພິທີບໍລິຈາກເລືອດຂຶ້ນທີ່ສຳນັກງານໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ  ໂດຍການເປັນປະທານພິທີຂອງທ່ານ ວຽງວິໄລ ແສງຄຳຢອງ  ຮອງຜູ້ອໍານວຍການໃຫຍ່ LaoVietBank ແລະ  ທ່ານ ວົງເກັ່ງ ພັນວົງສາ ຮອງຫົວໜ້າພະແນກກວດກາຄຸນນະພາບ ແລະ ອົບຮົມ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະແພດ ແລະ ບັນດາພະນັກງານຂອງ LaoVietBank ກໍໄດ້ເຂົ້າໄດ້ເຂົ້າຮ່ວມຢ່າງພ້ອມພຽງ ທັງນີ້ກໍເພື່ອເປັນການສ້າງຜົນງານສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ.

    ການບໍລິຈາກເລືອດຄັ້ງນີ້ ພວມຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນັ້ນ ບັນດາພະນັກງານທີ່ເຂົ້າຮ່ວມ ແມ່ນໄດ້ຜ່ານການກວດສຸຂະພາບ ແລະ ວັດແທກອຸນຫະພູມ ເພື່ອຮັບປະກັນໃນວຽກງານການປ້ອງກັນພະຍາດໂຄວິດ-19 ເຊີ່ງມີພະນັກງານທີ່ເຂົ້າຮ່ວມບໍລິຈາກເລືອດທັງໝົດ 30 ສະຫາຍ ສາມາດບໍລິຈາກເລືອດໄດ້ຕົວຈິງແມ່ນ 25 ສະຫາຍ.

    ພ້ອມກັນນັ້ນ ໃນວັນທີ 14 ມີນາ 2022 LaoVietBank ກໍໄດ້ສືບຕໍ່ຈັດພິທີມອບເຄື່ອງປະຖົມພະ ຍາບານເບື້ອງຕົ້ນ ໃຫ້ແກ່ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ເຊິ່ງຕາງໜ້າມອບໂດຍທ່ານ ສົມຊາຍ ຍົດສະຫວັນ ຮອງຜູ້ອໍານວຍການໃຫຍ່ LaoVietBank ແລະ ທ່ານ ພິມມະສອນ ໄຊຍະວົງ ຄະນະບໍລິຫານກູ້ໄພ 1623 ຕາງຫນ້າຮັບໃຫ້ແກ່ສູນກູ້ໄພ 1623 ມູນຄ່າ 3.300.000 ກີບ ທ່ານນາງ ລຳພັນ ອວນມີໄຊ ຄະນະບໍລິຫານກູ້ໄພ 1624 ຕາງໜ້າຮັບໃຫ້ແກ່ສູນກູ້ໄພ 1624 ມູນຄ່າ 3.300.000 ກີບ ແລະ ທ່ານ ຈັນທອນ ເທບສາລີ ຄະນະບໍລິຫານກູ້ໄພ 1625 ເປັນຜູ້ຕາງໜ້າຮັບໃຫ້ແກ່ສູນກູ້ໄພ 1625 ມູນຄ່າ 3.300.000 ກີບ ລວມມູນຄ່າການບໍລິຈາກໃນຄັ້ງນີິ້ແມ່ນ 9.900.000 ກີບ.

    ຂະບວນການບໍລິຈາກເລືອດ ແລະ ຊ່ວຍເຫຼືຶອສັງຄົມໃນຄັ້ງນີ້ ເປັນຂະບວນການບໍລິຈາກ ແລະ ຊ່ວຍເຫຼືອທີ່ບໍ່ຫວັງຜົນຕອບແທນ ເພື່ອເປັນການຊ່ວຍຊີວິດຂອງຄົນເຈັບໃຫ້ປອດໄພ ແລະ ເປັນການປູກຈິດສໍານຶກໃຫ້ສັງຄົມ ມີການປະກອບສ່ວນເພື່ອຊ່ວຍເຫຼືອສັງຄົມໃຫ້ຫຼາຍຂຶ້ນ ເຮັດໃຫ້ສັງຄົມມີຄວາມສະຫງົບ ເປັນສັງຄົມທີ່ມີຈິດໃຈເອື້ອເຟື້ອເພື່ອແຜ່ ມີຄວາມສາມັກຄີ ແລະ ມີສຸຂະພາບທີ່ດີ.

————————–

ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ⦅ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline: 1440

LaoVietBank

www.laovietbank.com.la

error: Content is protected !!