ເປີດແລ້ວ !! ງານເທສະການອາຫານສ້າງອາຊີບຄັ້ງທີ 2

    ງານເທສະການອາຫານສ້າງອາຊີບຄັ້ງທີ 2 ຈະໄດ້ຈັດຂື້ນໃນລະຫວ່າງວັນທີ 16-20 ມີນາ 2022 ທີ່ເດີ່ນດ້ານໜ້າ ສູນການຄ້າ ວຽງຈັນ ເຊັນເຕີ້ ໂດຍການເປັນປະທານ ຂອງທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມ ໂຮງແຮມ ແລະ ຮ້ານອາຫານລາວ ເປັນກຽດເປີດງານໂດຍ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາ ບໍລິສັດ ສະມາຄົມ  ຫ້າງຮ້ານ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ງານດັ່ງກ່າວແມ່ນຈັດຂຶ້ນເປັນເວລາ 5 ວັນລວມມີ 40 ກວ່າຮ້ານ ເຊິ່ງແຕ່ລະວັນ ຈະມີກິດຈະກຳຕ່າງໆເຊັ່ນ:

   -​ ການແຂ່ງຂັນປຸງແຕ່ງອາຫານລາວ

   – ການແຂ່ງຂັນເຮັດເຂົ້າໜົມ ບາຣິດສຕາ ແກະສະຫລັກໝາກໄມ້ ພັບຜ້າເຊັດປາກ

   -​ ການແຂ່ງຂັນຄ້ອກເທວ ແລະ ຊົງກາເຟ ພ້ອມທັງມີການຈັບສະຫຼາກຂອງລາງວັນ.

    ນອກນັ້ນ ຍັງມີການ ສົນທະນາກ່ຽວກັບທຸລະກິດຮ້ານກາເຟ ທຸລະກິດຮ້ານອາຫານທຸລະກິດໂຮງແຮມ ແລະ ເຮືອນພັກ ສົນທະນາກ່ຽວກັບອາຊີບຂອງພໍ່ຄົວ-ແມ່ຄົວ ແລະ ບໍລິກອນ ນອກນັ້ນຍັງໄດ້ເປີດຕົວຄະນະບໍລິຫານງານຊຸດໃໝ່ ແລະ ງານພົບປະຂອງສະມາຄົມໂຮງແຮມ ແລະ ຮ້ານອາຫານ ໂດຍຕະຫຼອດງານຍັງມີການ ແຈກລາງວັນການຮຽນປຸງແຕ່ງອາຫານຄາວຫວານຕ່າງໆອີກດ້ວຍ ເພື່ອສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດຮ້ານອາຫານໄດ້ມີໂອກາດໃນການຂາຍສິນຄ້າ ເນື່ອງຈາກວ່າທີ່ຜ່ານມາ ມີການລະບາດຂອງພະຍາດໂຄວິດ19 ເຊິ່ງເຮັດໃຫ້ບໍ່ສາມາດຄ້າຂາຍໄດ້.​

error: Content is protected !!