ເຊີນຮ່ວມງານມະຫະກຳສົ່ງເສີມແຮງງານລາວ ທີ່ສູນການຄ້າວຽງຈັນເຊັນເຕີ

     ວັນທີ 16 ມີນາ 2022 ທີ່ສູນການຄ້າວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີໄຂງານມະຫະກຳສົ່ງເສີມແຮງງານລາວ (Lao Employment Expo 2022) ຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້ “ການຟື້ນຟູນະໂຍບາຍດ້ານຕະຫຼາດແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ”  ເປັນປະທານ ແລະ ກົດປຸ່ມເປີດງານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ມີທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດການສັງຄົມ ທ່ານ ດາວວອນ ພະຈັນທະວົງ ຮອງປະທານປະຈຳການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມບັນດາບໍລິສັດ ສະມາຄົມ ກຸ່ມທຸລະກິດ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ທະນາຄານໂລກ ອົງການແຮງງານສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

        ງານມະຫະກໍາສົ່ງເສີມແຮງານລາວ ເລີ່ມແຕ່ວັນທີ 16-20 ມີນາ 2022 ພາຍໃນງານປະກອບມີ 68 ບູດ ວາງສະແດງຈາກ 65 ຂະແໜງທຸລະກິດຕ່າງໆ ແລະ ເກັບກໍາຂໍ້ມູນຄວາມຕ້ອງການແຮງງານຈາກບໍລິສັດ ຕໍາແໜ່ງຫວ່າງ ການນໍາສະເໜີທຶນການສຶກສາ ການທົດສອບສີມືແຮງງານ ການສາທິດ ແລະ ການແຂ່ງຂັນສີມືຂະແໜງລົດຍົນ ຂະແໜງບໍລິການ ຂະແໜງອຸດສະກໍາປຸງແຕ່ງໄມ້ ເພື່ອຊິງທຶນການສຶກສາ ແລະ ການບັນຈຸເຂົ້າເຮັດວຽກ ການມີສ່ວນຮ່ວມຈາກໂຮງຮຽນເຕັກນິກວິຊາຊິບແຂວງຫຼວງພະບາງ ແຂວງຈໍາປາສັກ ແຂວງວຽງຈັນ ແລະ ສະຖາບັນພັດທະນາສີມືແຮງງານໃນນະຄອນຫຼວງວຽງຈັນ ໄດ້ມາສາທິດສີມືແຮງງານໃນສາຂາອາຊີບຕ່າງໆ.

          ງານມະຫະກໍາສົ່ງເສີມແຮງານລາວ ເປັນໂອກາດອັນດີ ໃຫ້ຜູ້ວ່າງງານ ຜູ້ຊອກວຽກ ແຮງງານກັບມາແຕ່ຕ່າງປະເທດ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ຮັບຂໍ້ມູນຂ່າວສານໃຫ້ທົ່ວເຖິງ ຄາດວາມີຜູ້ເຂົ້າຮັບຟັງ ແລກປ່ຽນຄວາມຄິດເຫັນ ແລະ ຕິຕາມຫຼາຍກ່ວາໜຶ່ງແສນຄົນໃນທົ່ວປະເທດ.

error: Content is protected !!