ກອງປະຊຸມສາທາລະນະສຸກທົ່ວປະເທດ ປະຈຳປີ 2021 ອັດລົງດ້ວຍຜົນສໍາເລັດ

    ກອງປະຊຸມສາທາລະນະສຸກ ທົ່ວປະເທດ ປະຈໍາປີ 2021 ເຊິາງຈັດຂຶ້ນທີ່ໂຮງແຮມດອນຈັນ ພາເລດ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ຫັນວິກິດໂຄວິດ-19 ເພື່ອສ້າງຄວາມເຂັ້ມແຂງ ວຽກງານສາທາລະນະສຸກ ໃຫ້ບັນລຸ 11 ຕົວຊີ້ບອກ” ໂດຍເປັນປະທານ ຂອງ ທ່ານ ປອ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ມີບັນດາອະດີດການນໍາກະຊວງສາທາລະນະສຸກ ທ່ານຫົວໜ້າ ຄະນະກົມ ອະທິການບໍດີ ຄະນະບໍດີ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ມາເປັນເວລາ 2 ວັນ ມາເຖິງວັນທີ 16 ເມສາ 2022 ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.

    ກອງປະຊຸມຄັ້ງນີ້ ເຫັນດີເປັນເອກະພາບຮັບຮອງເອົາ ບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2021 ແລະ ແຜນພັດທະນາສາທາລະນະສຸກ ປະຈຳປີ 2022 ສະຫຼຸບການຈັດຕັ້ງປະຕິບັດດ້ານງົບປະມານ ປີ 2021 ແລະ ແຜນປີ 2022 ຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ III (2021-2025) ແລະ ໄລຍະທີ IV (2026-2030) ວຽກງານປ້ອງກັນໂຄວິດ-19 ວຽກງານ ສາມສ້າງຂະແໜງສາທາລະນະສຸກ ລວມທັງ 5 ແຜນງານ ແລະ 11 ໂຕຊີ້ວັດ ຂອງຂະແໜງສາທາລະນະສຸກ.

    ສໍາລັຍທິດທາງວຽກງານຈຸດສຸມ ແລະ ວິທີແກ້ໄຂ ໃນປີ 2022 ຈະໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ທີ່ຖືເອົາວຽກການປ້ອງກັນ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ແລະ ຖືເອົາວຽກງານການບໍລິການປິ່ນປົວທີ່ມີຄຸນນະພາບ ທົ່ວເຖິງ ຍຸຕິທໍາ ເປັນສໍາຄັນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ແຕ່ລະຂັ້ນ ສືບຕໍ່ປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021–2025) ໂດຍສອດຄ່ອງກັບແຜນຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະ III (2021 – 2025) ແລະ ໄລຍະ IV (2006- 2030) ເພື່ອຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ໃຫ້ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ດ້ວຍການສຸມໃສ່ບັນດາແຂວງ ເມືອງ ແລະ ບ້ານທີ່ມີຄວາມຫຍຸ້ງຍາກ ແລະ ມີຄວາມສ່ຽງທີ່ຈະບໍ່ສາມາດບັນລຸຕາມຄາດໝາຍ.

    ສະເພາະ 2022 ຈະຕ້ອງສຸມໃສ່ ຈັດຕັ້ງປະຕິບັດ 11 ວຽກບູລິມະສິດ ຄື:

    1. ຂະຫຍາຍການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນທີ່ວາງໄວ້ (ຄາດໝາຍປີ 2022 ແມ່ນ 87,25% ຂອງປະຊາກອນທັງໝົດ) ຄຽງຄູ່ກັບການປະຕິບັດນະໂຍບາຍ ແລະ ມາດຕະການປ້ອງກັນພະຍາດຕາມລະດູການ

    2. ສືບຕໍ່ປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19

    3. ສູມໃສ່ຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ ເພື່ອກ້າວຜ່ານໂຄວິດ-19 ສູ່ການໃຊ້ຊີວິດປົກກະຕິແບບໃໝ່

    4. ສຸມໃສ່ຊຸກຍູ້ຕົວຊີ້ບອກທີ່ບໍ່ບັນລຸຄາດໝາຍ ປີ 2021 ໂດຍສະເພາະ ຢູ່ເມືອງທີ່ຍັງບໍ່ບັນລຸຄາດໝາຍ ຊອກຫາສາເຫດ ແລະ ວິທີແກ້ໄຂ ຮ່ວມກັນລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ

    5. ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກ 2011-2030 ເພື່ອເລັ່ງໃສ່ການພັດທະນາຂອງຂະແໜງສາທາລະນະສຸກ ໃຫ້ບັນລຸຄາດໝາຍທີ່ວາງໄວ້

    6. ຮັບປະກັນການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ນໍາໃຊ້ທຶນຂອງລັດ ແລະ ທຶນຊ່ວຍເຫຼືອຂອງແຕ່ລະແຜນງານໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້ ການຮ່ວມມືກັບພາກເອກະຊົນ ໃນການລົງທຶນ ແລະ ການບໍລິການ

    7. ສືບຕໍ່ກະກຽມເງື່ອນໄຂໃຫ້ສໍາເລັດໃນການຈັດຕັ້ງປະຕິບັດທົດລອງຫັນໂຮງໝໍໃຫ້ກຸ້ມຕົນເອງເທື່ອລະກ້າວ ແລະ ເລັ່ງປັບປຸງກົນໄກການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດ ໃຫ້ມີຄວາມຄ່ອງຕົວ

    8. ສືບຕໍ່ປັບປຸງຕາໜ່າງການບໍລິການໃຫ້ມີຄຸນນະພາບ ລວມທັງຈັນຍາບັນຂອງພະນັກງານ ພ້ອມທັງການປະເມີນຕີລາຄາ 5 ດີ 1 ພໍໃຈ ພັດທະນາຕາໜ່າງບໍລິການໃຫ້ມີມາດຕະຖານສູງຂຶ້ນ ໂດຍບັນດາສະຖານທີ່ບໍລິການທີ່ກໍາລັງກໍ່ສ້າງໃຫ້ສໍາເລັດຕາມແຜນການ

    9. ສືບຕໍ່ປັບປຸງລະບົບຂໍ້ມູນຂ່າວສານສາທາລະນະສຸກ ຮັບປະກັນຄວາມຖືກຕ້ອງ ຄົບຖ້ວນ ແລະ ທັນເວລາ ພັດທະນາເພື່ອສາມາດລາຍງານ-ສະຫຼຸບຕີລາຄາຄວາມຄືບໜ້າຂອງຕົວຊີ້ບອກຕ່າງໆ ຂອງຂະແໜງການ

    10. ສຸມໃສ່ສ້າງແຜນພັດທະນາພະນັກງານໃຫ້ສໍາເລັດ ໃຫ້ໄປຕາມແຜນກໍານົດ ການກໍ່ສ້າງ ການນໍາໃຊ້ ແລະ ການປະຕິບັດນະໂຍບາຍ

    11. ສຸມໃສ່ຈັດຕັ້ງປະຕິບັດ ສອງວະລາແຫ່ງຊາດຂອງລັດຖະບານໃຫ້ເປັນຮູບປະທໍາ.

    ໂອກາດນີ້ ທ່ານ ປອ ບຸນແຝງ ພູມມະໄລສິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນຳທຸກຂັ້ນ ແລະ ການປະກອບສ່ວນຢ່າງຕັ້ງໜ້າຈາກຫຼາຍພາກສ່ວນ ຈາກອົງການຈັດຕັ້ງທາງສັງຄົມ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາວຽກງານຂະແໜງສາທາລະນະສຸກ ບັນລຸໄດ້ຕາມຄາດໝາຍ ຕໍ່ກັບຜົນງານດັ່ງກ່າວ ຍັງມີຫຼາຍວຽກງານ ແລະ ສິ່ງທ້າທາຍທີ່ພວກເຮົາຈະໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດ ປັບປຸງແກ້ໄຂໃນຫຼາຍຂອດວຽກ ພວກຮຽກຮ້ອງເຖິງຄະນະນຳໃນຂະແໜງການສາທາລະນະສຸກ ນັບແຕ່ຂັ້ນສູນກາງລົງເຖິງ ທ້ອງຖິ່ນ ຕ້ອງໄດ້ສຸມຈິດໃຈ ເພີ່ມທະວີສະຕິປັນຍາ ຄວາມຮູ້ຄວາມສາມາດໃຫ້ຫຼາຍກວ່າເກົ່າ ຖືເອົາວຽກງານການເມືອງ-ແນວຄິດ ເປັນບັນຫາສຳຄັນ ວຽກງານວິຊາສະເພາະເປັນຕົ້ນຕໍ ຕ້ອງລົງມືຈັດຕັ້ງປະຕິບັດໃຫ້ຫຼາຍກວ່າແນະນຳ ນອກຈາກຮຽນຮູ້ທິດສະດີແລ້ວ ຕ້ອງລົງມືປະຕິບັດ ພັດທະນາຄວາມຮູ້ ຄວາມສາມາດ ຫົວຄິດປະດິດສ້າງ ນຳໃຊ້ທ່າແຮງທີ່ມີປະສານສົມທົບກັບອົງການປົກຄອງ ອົງການຈັດຕັ້ງສາກົນ ເພື່ອນມິດ ເພື່ອສຳເລັດໜ້າທີ່ເປົ້າໝາຍທີ່ວາງໄວ້   

(ບຸນມີ)

error: Content is protected !!