ມອບເງິນ 100 ລ້ານກີບ ສະໜັບສະໜູນນັກກີລາບານເຕະ U-23

    ພາຍຫຼັງທັບນັກກີລາບານເຕະຊາຍທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ (U-23) ຜ່ານເຂົ້າຮອບ 4 ທີມສຸດທ້າຍໃນການແຂ່ງຂັນເຕະບານຊາຍ U-23 ຊີງແຊັມອາຊຽນ ປະຈໍາປີ 2022 ຢູ່ປະເທດກຳປູເຈຍ ວັນທີ 14-26 ກຸມພາ 2022 ກ່ອນຈະຄວ້າອັນດັບ 3 ຮ່ວມກັບທີມຊາດຕີມໍເລສເຕ ທ່ານນາງ ພິຈິກາ ບຸນກວ້າງ ໄດ້ປະກາດມອບເງິນ 40 ລ້ານກີບ ພ້ອມທັງໄດ້ສືບຕໍ່ລະດົມທຶນຈາກຫຼາຍພາກສ່ວນ ຈົນສາມາດໄດ້ຍອດລວມ 100 ລ້ານກີບ ເພື່ອສະໜັບສະໜູນທັບນັກກີລາບານເຕະ U-23 ລາວ ແລະ ໄດ້ຈັດພິທີມອບ-ຮັບເງິນສະໜັບສະໜູນດັ່ງກ່າວ ຂຶ້ນວັນທີ 14 ມີນາ 2022 ຢູ່ໂຮງແຮມແລນມາກ ເຊິ່ງມອບໂດຍທ່ານນາງ ພິຈິກາ ບຸນກວ້າງ ຮອງປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ ທີ່ປຶກສາສະຫະ ພັນກີລາເພາະກາຍແຫ່ງຊາດລາວ ອະດີດປະທານສະໂມສອນວຽງຈັນ ຢູໄນເຕັດ ແລະ ຮັບໂດຍທ່ານ ບຸນພະຈັນ ບຸນກອງ ຫົວໜ້າທີມຊາດລາວ U-23 ນັກເຕະດີເດັ່ນຂອງລາຍການດັ່ງກ່າວ ມີພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. 

    ທ່ານນາງ ພິຈິກາ ບຸນກວ້າງ ໄດ້ສະແດງຄວາມພາກພູມໃຈທີ່ເຫັນລູກຫຼານປະຊາຊົນລາວ ສ້າງປະ ຫວັດສາດໃນການແຂ່ງຂັນບານເຕະຊາຍ U-23 ຊີງແຊັມອາຊຽນ ປະຈຳປີ 2022 ເຊິ່ງສາມາດຜ່ານເຂົ້າຮອບຮອງຊະນະເລີດ ດ້ວຍການເອົາຊະນະທີມຊາດມາເລເຊຍ 2 ນັດ ໃນຮອບຄັດເລືອກ (2-1 ປະຕູ ແລະ 2-0 ປະຕູ) ເຂົ້າຮອບເປັນທີ 1 ຂອງ ກຸ່ມ B ໂດຍຮອບຮອງຊະນະເລີດ (ຮອບ 4 ທີມສຸດທ້າຍ) ເສຍໃຫ້ທີມຊາດໄທ 0-2 ປະຕູ ເຊິ່ງກ່ອນຈະລົງສະໜາມພົບກັບທີມຊາດໄທ ທ່ານນາງ ພິຈິກາ ບຸນກວ້າງ ໄດ້ປະກາດຈະໃຫ້ເງິນສະໜັບສະໜູນນັກກີລາທີມຊາດລາວ U-23 ຈໍານວນ 40 ລ້ານກີບ ເຖິງວ່າທີມຊາດລາວບໍ່ສາມາດເອົາຊະນະທີມຊາດໄທ ໂຊກຮ້າຍກວ່ານັ້ນແມ່ນບໍ່ສາມາດລົງແຂ່ງນັດຊີງອັນດັບທີ 3 ກັບທີມຊາດຕີມໍເລສເຕ ຍ້ອນວ່ານັກກີລາຈຳນວນຫຼາຍຕິດພະຍາດໂຄວິດ-19 ຈໍາເປັນຕ້ອງຖອນຕົວ ແຕ່ສະຫະພັນບານເຕະອາຊຽນ ໄດ້ຕັດສິນໃຫ້ U-23 ລາວ ແລະ U-23 ຕີມໍເລສເຕ ຄອງອັນດັບທີ 3 ຮ່ວມກັນ ຕາມການສະເໜີຂອງທີມຊາດຕີມໍເລສເຕ ຈາກນັ້ນຕົນກໍໄດ້ລະດົມທຶນຈາກຫຼາຍພາກສ່ວນ ເຮັດໃຫ້ຈໍານວນເງິນເພີ່ມເປັນ 100 ລ້ານກີບ ເພື່ອມອບໃຫ້ U-23 ລາວ ນອກນີ້ຕົນຍັງຈະສືບຕໍ່ສະໜັບສະໜູນທັບນັກກີລາເຕະບານທີມຊາດລາວ U-23 ໂດຍສະເພາະການເຂົ້າຮ່ວມແຂ່ງຂັນເຕະບານຊາຍ ໃນມະຫະກຳກີ ລາຊີເກມ ຄັ້ງທີ 31 ຢູ່ ສສ ຫວຽດນາມ ໃນເດືອນພຶດສະພາ 2022.

    ໂອກາດນີ້ ກໍໄດ້ມີພິທີນໍາສະເໜີນໍ້າດື່ມ ວັງວຽງ ເຊິ່ງທ່ານນາງ ພິຈິກາ ບຸນກວ້າງ ໄດ້ຖືກແຕ່ງຕັ້ງເປັນ Brand Ambassador ຂອງຜະລິດຕະພັນດັ່ງກ່າວ ຕື່ມອີກ. 

# ຂ່າວ – ພາບ : ສະບາໄພ

error: Content is protected !!