ສໍາເລັດເຝຶກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ໜ່ວຍງານຂຶ້ນທະບຽນອອກໃບຕາດິນ

    ລະຫວ່າງວັນທີ 28 ກຸມພາ ຫາ 11 ມີນາ 2022 ເມືອງຫົງສາ ແຂວງໄຊຍະບູລີ ສໍາເລັດການເຝິກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ໜ່ວຍງານຂຶ້ນທະບຽນອອກໃບຕາດິນ ທີ່ຫ້ອງການ​ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫົງສາ ໂດຍການມີທ່ານ ຈັນເພັງ​ ອູ່ທອງຄໍາ​ ຮອງເຈົ້າເມືອງຫົງສາ ທ່ານ ໄຕຄຳ ສີສຸລາດ ຮອງຫົວໜ້າພະແນກທະບຽນ ແລະ ປະເມີນລາຄາ ກົມທີ່ດິນ ກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີມງານຂອງກົມທີ່ດິນ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ສໍາມະນາກອນມາຈາກ ເມືອງຫົງສາ ເມືອງເງິນ ແລະ ເມືອງຊຽງຮ່ອນ.

    ກອງປະຊຸມ ເຝິກອົບຮົມຄັ້ງນີ້ ສໍາມະນາກອນ ໄດ້ຮຽນຮູ້ການຂຶ້ນທະບຽນອອກໃບຕາດິນ ໃຫ້ໜ່ວຍງານຂຶ້ນທະບຽນອອກໃບຕາດິນ ທັງພາກທິດສະດີ ພາກປະຕິບັດຕົວຈິງ ແລະ  ປະກອບຄໍາຄິດຄໍາເຫັນກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດຕົວຈິງ ມີຄວາມສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ວຽກງານຂຶ້ນທະບຽນອອກໃບຕາດິນເປັນວຽກງານໜຶ່ງທີມີຄວາມໝາຍຄວາມສຳຄັນ ທີ່ເມືອງຫົງສາພວມຈັດຕັ້ງປະຕິບັດ ເປັນວຽກງານທີ່ຕອບສະໜອງວາລະແຫ່ງຊາດເພື່ອບັນລຸຕາມແຜນການທີ່ວາງໄວ້ ແລະ ຕອບສະໜອງຂໍ້ຕົກລົງຂອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ວ່າດ້ວຍການອະນຸມັດຕົວເລກຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດປີ 2022 ຈໍານວນ 300.000 ຕອນ ໃນນີ້ ຕົວເລກແຜນແບ່ງປັນໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ຈຳນວນ 22.000 ຕອນ ແລະ ໃນນັ້ນ ໄດ້ແບ່ງປັນຕົວເລກໃຫ້ຫ້ອງການ​ຊັບພະຍາກອນ​ທຳມະຊາດ​ແລະ​ສິ່ງ​ແວດລ້ອມ​ ເມືອງ ຫົງສາ ແມ່ນ 1.026 ຕອນ ອີກດ້ານໜຶ່ງ ເພື່ອເຮັດໃຫ້ວຽກງານການຂຶ້ນທະບຽນອອກໃບຕາດິນໃນຄັ້ງນີ້ໃຫ້ບັນລຸຕາມແຜນການ  ພ້ອມນັ້ນ ຍັງໄດ້ສຶກສາຄົ້ນຄວ້າບັນດານິຕິກຳ ລະບຽບ ກົດໝາຍທີ່ກ່ຽວຂ້ອງກັບວຽກງານການຂຶ້ນທະບຽນອອກໃບຕາດິນເຊັ່ນ: ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ ລົງວັນທີ 21 ມິຖຸນາ 2019 ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ ຄໍາແນະນໍາວ່າດ້ວຍການສໍາຫຼວດ-ວັດແທກ ແລະ ສ້າງແຜນທີ່ຕາດິນ ສະບັບເລກທີ 6377/ກຊສ ລົງວັນທີ 31 ທັນວາ 2021 ຄໍາແນະນໍາວ່າດ້ວຍການຂື້ນທະບຽນອອກໃບຕາດິນ ສະບັບເລກທີ 0500/ກຊສ ລົງວັນທີ 14 ທັນວາ 2021 ຂໍ້ຕົກລົງວ່າດ້ວຍການກໍານົດເນື້ອໃນແບບພີມ ແລະ ການພີມຕາມແບບພີມ ໃບທະບຽນທີ່ດິນ ແລະ ໃບຕາດິນ ສະບັບເລກທີ 0672/ກຊສ ລົງວັນທີ 19 ກຸມພາ 2021 ແລະ ບາງວຽກງານທີ່ຈະຕ້ອງໄດ້ສຶກສາຮໍ່າຮຽນ ເຊັ່ນ: ວຽກງານສອບຖາມສິດການນໍາໃຊ້ທີ່ດິນ ວຽກງານສໍາຫຼວດ-ວັດແທກ ນິຕິກໍາທີ່ກ່ຽວຂ້ອງ.​

     ໃນໂອກາດັ່ງກ່າວ ທ່ານ ຈັນເພັງ ອູ່ທອງຄຳ  ໄດ້ຮຽກຮອ້ງໃຫ້ສໍາມະນາກອນ ຈົ່ງພ້ອມກັນນໍາເອົາເນື້ອໃນບົດຮຽນທີ່ໄດ້ເຝິກອົບຮົມໃນຄັ້ງນີ້ ໄປນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ບັນລຸຕາມແຜນການທີ່ວາງໄວ້ ພ້ອມຂອບໃຈທາງທີມງານຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ຍາດແຍ່ງທຶນຮອນ ແລະ ເສຍສະຫຼະເວລາ ມາຈັດຕັ້ງປະຕິບັດວຽກງານຢູ່ເມືອງຈົນສໍາເລັດ.​

error: Content is protected !!