ລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

    ວັນທີ 15 ມີນາ 2022 ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນເພື່ອຮັບເອົາການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໂຄງການປັບປຸງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນຫ້ອງປະຕິບັດຕົວຈິງ ສຳລັບຄະນະວິສະວະກຳສາດ ມະຫາວິທະຍາໄລ ແຫ່ງຊາດ ລວມມູນຄ່າທັງໝົດ 2,105 ຕື້ເຢນ (ປະມານ 19,4 ລ້ານໂດລາສະຫະລັດ) ຕາງໜ້າລັດຖະບານແຫ່ງ ສປປ ລາວ ລົງນາມໂດຍທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານແຫ່ງປະເທດຍີ່ປຸ່ນ ໂດຍ ທ່ານ ໂຄບະ ຢະຊິ ເຄນອິຈິ ເອກ​ອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີບັນດາພະນັກງານຈາກຂະແໜງ ການກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. 

    ການຊ່ວຍເຫຼືອໃນຄັ້ງນີ້ ເປັນໂຄງການໜຶ່ງທີ່ພະນະທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ໄດ້ປະກາດໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໂອກາດສົນທະນາທາງໂທລະສັບກັບພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ  ໃນວັນທີ 01 ມີນາ 2022 ຜ່ານມາ  ເຊິ່ງເປັນການສະແດງໃຫ້ເຫັນເຖິງຄໍາໝາຍໝັ້ນຂອງລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ເພື່ອພັດທະນາຂະແໜງ ການທີ່ເປັນບູລິມະສິດຂອງ ສປປ ລາວ ເວົ້າສະເພາະ ເວົ້າລວມ ກໍແມ່ນການສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ. 

    ພ້ອມດຽວກັນນີ້ ໂຄງການດັ່ງກ່າວແມ່ນໄດ້ແນໃສ່ຍົກລະດັບຄຸນນະພາບ ແລະ ຄວາມອາດສາມາດໃນການສ້າງບຸຸຄະລາກອນທີ່ມີຄຸນນະພາບໃຫ້ທຽບເທົ່າສາກົນ ເພື່ອອອກຮັບໃຊ້ສັງຄົມ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝປັດຈຸບັນ ໃນການຫັນສູ່ອຸດສາຫະກໍາ 4.0. ໃນພິທີດັ່ງກ່າວ ທ່ານຮອງລັດຖະມົນຕີຕ່າງປະເທດ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນໃນຄັ້ງນີ້ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ແລະ ສ້າງສາ ສປປ ລາວ ກໍຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ..

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!