ທາງລົດ​ໄຟ ​ລາວ-ຈີນ ​ໄດ້​ປ່ຽນ​ແປງ​ເງື່ອນ​ໄຂ​ ແລະ ​ວິ​ທີ​ການ​​ເດີນ​ທາງ​ຂອງ​ປະ​ຊາ​ຊົນ

    ທ່ານ ​ຈັນ​ສຸກ ພະ​ນັກ​ງານ​ບໍ​ລິ​ສັດ ​ພູ​ເບ້ຍ ມາຍນິງ ໃຫ້​ສຳ​ພາ​ດ​ຕໍ່​ນັກ​ຂ່າວເມື່ອບໍ່ດົນມານີ້ວ່າ: ຂີ່​ລົດ​ໄຟ​ ຈະ​ໃຊ້​ເວ​ລາ​ໜ້ອຍກວ່າ ແລະ ລາ​ຄາ​ຖືກ​ກວ່າ ຮູ້​ສຶກ​ມີ​ຄວາມ​ປອດ​ໄພ​ກວ່າ​ຂີ່​ລົດ​ບັດ ແລະ ຮູ້​ສຶກ​ໄວ້​ວາງ​ໃຈ ຍ້ອນຕົນເອງ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ແຂວງ​ເລື້ອຍໆ ແຕ່​ກ່ອນແມ່ນໄດ້ຂີ່​ລົດ​ບັດ​ໄປ ບໍ່​ພຽງ​ແຕ່​ໃຊ້​ເວ​ລາຫຼາຍ ບາງ​ຄັ້ງ​ຍັງ​ພົບ​ກໍ​ລະ​ນີ​ດິນ​ເຈື່ອນ​ໃນ​ການ​ເດີນ​ທາງ ພາຍຫຼັງ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ ​ລາວ-ຈີນ​ ກາ​ນ​ຂີ່​ລົດ​ໄຟ​ໄດ້​ເປັນ​ທາງ​ເລືອກ​ບູ​ລິ​ມະ​ສິດ​ຂອງຕົນ ເຊິ່ງການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ ​ໄດ້ພຽງ 100 ວັນ ຕົນ​ ໄດ້​ຂີ່​ລົດ​ໄຟໄປແລ້ວ 10 ກວ່າ​ຄັ້ງ​ ສໍາລັບຕົນ ​ການຂີ່​ລົດ​ໄຟ​ແມ່ນໄວ​ກວ່າ ສະ​ບາຍກວ່າ ແລະ ປອດ​ໄພ​ກວ່າ.

    ວັນ​ທີ 12 ມີ​ນາ​ 2022 ທາງ​ລົດ​ໄຟ​ ລາວ-ຈີນ ​ໄດ້​ເປີດ​ນຳ​ໃຊ້​ຄົບ​ຮອບ 100 ວັນ ​ໄລ​ຍະ 100 ວັນ​ຜ່ານມາ​ ເພື່ອ​ອຳ​ນວຍ​ຄວາ​ມ​ສະ​ດວກ​ໃຫ້​ປະ​ຊ​າ​ຊົນ​ລຽບ​ຕາມ​ທາງ​ລົດ​ໄຟ ລາວ-ຈີນ ​ບໍ່​ພຽງ​ແຕ່​ໄດ້​ເພີ່ມ​ຖ້ຽວ​ລົດ​ໄຟ​ໂດຍ​ສານ​ໃຫ້ຫຼາຍ​ຂຶ້ນ​ ແຕ່​ຍັງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ແລ່​ນ​ລົດ​ໄຟ EMU ຂະ​ບວນ​ລ້ານ​ຊ້າງ​ 2 ຂະ​ບວນ​ຕໍ່​ໃສ່​ກັນ ເພື່ອ​ເພີ່ມ​ຄວາມ​ສາ​ມາດ​​ດ້ານ​ການ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ການ​​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ​ຢູ່​ຕາມ​ທາງ​ລົດ​ໄຟ ​ລາວ-ຈີນ.

    ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້ວ່າ: ​ການເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ ລາວ-ຈີນ​ ໄດ້ 100 ວັນ ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ຕອນ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ ໄດ້​ເປີດ​ຖ້ຽວ​ລົດ​ໄຟ​ ໄປ-ກັບ 23,5 ຂະ​ບວນ​​ຕໍ່​ວັນ ແລະ ໄດ້ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍກວ່າ 1,65 ລ້ານ​​ຄົນ ໂດຍສາມາດຂົນສົ່ງຜູ້ໂດຍສານສູງ​ສຸດ 33.000 ​ຄົນຕໍ່ວັນ ທາງ​ລົດ​ໄຟ​ຕອນ​ຢູ່​ພາຍ​ໃນ​ປະ​ເທດ​ລາວ ​ໄດ້​ເປີດ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ ໄປ-ກັບ 2 ຂະ​ບວນ​ຕໍ່​ວັນ ລວມ​ແລ້ວ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ 150.000 ​ຄົນ ແລະ ສາມາດຂົນສົ່ງຜູ້ໂດຍສານສູງ​ສຸດ 2.800 ຄົນ​ຕໍ່ວັນ ທາງ​ລົດ​ໄຟ ​ລາວ-ຈີນ​ ໄດ້​ຮັບ​ຄວາມ​​ຊົມ​ເຊີຍ​ຈາກ​ຜູ້​ໂດຍ​ສານ​ທັງຫຼາຍ ຍ້ອນ​ມີສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ ​ສີຂຽວມີ​ປະ​ສິດ​ທິຜົນ​ສູງ ແລະ ສະ​ດວກ​ສະ​ບາຍ.

    ນັບ​ແຕ່​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ ລາວ-ຈີນ​ ເປັນ​ຕົ້ນ​ມາ ທາງ​ລົດ​ໄຟ​ສາຍ​ນີ້​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ຈະ​ລາ​ຈອນ​ສິນ​ຄ້າ ​ທີ່​ສະ​ດວກ​ສະ​ບາຍ ​ຢູ່​ລະ​ຫວ່າງ​ຈີນ​ ແລະ ​​ປະ​ເທດສະ​ມາ​ຊິກ​ອາ​ຊຽນ ​100 ວັນ​ຜ່ານ​ມາ ສາ ມາດຂົນ​ສົ່ງ​ສິນ​ຄ້າຫຼາຍກວ່າ 1,2 ລ້ານ​ໂຕນ ແລະ ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາຍ​ແດນຫຼາຍກວ່າ 280.000 ໂຕນ ໄດ້​ຂົນ​ສົ່ງ​ສິນ​ຄ້າ​ໄປ​ເຖິງຫຼາຍ​ປະ​ເທດ ​ເພື່ອ​ຍົກ​ຄຸນ​ນະ​ພາບ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃຫ້​ສູງ​ຂຶ້ນ ​ທາງ​ລົດ​ໄຟ ​ລາວ-ຈີນ ​ຍັງ​ໄດ້​ໃຫ້​ບໍ​ລິ​ການ​ຂົນ​ສົ່ງ​ສິນ​ຄ້າ “ເສັ້ນ​ທາງ​ສາຍ​ດ່ວນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ຂົນ​ສົ່ງ​ສິນ​ຄ້າ​ຈາກ​ນະ​ຄອນ​ຄຸນ​ມິງ ​ປະ​ເທດ​ຈີນ​ ເຖິງ​ ນະ​ຄອນຫຼວງວຽງ​ຈັນ​ ​ປະ​ເທດ​ລາວ​ ໃຊ້​ເວ​ລາ 26 ຊົ່ວ​ໂມງ ເຊິ່ງສາ​ມາດປະ​ຢັດ​ເວ​ລາ​​ໄດ້ຢ່າງຫຼວງຫຼາຍ ​​ທຽບ​ໃສ່​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ທຳ​ມະ​ດາ.

    ພາຍຫຼັງ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ ​ລາວ-ຈີນ ຕົ້ນ​ທຶນ​ໃນ​ການ​ຂົນ​ສົ່ງ​ສິນ​​ຄ້າຈາກ ​ນະ​ຄອນຫຼວງວຽງ​ຈັນ​ ເຖິງ ​ນະ​ຄອນ​ຄຸນ​ມິງ ຫຼຸດ​ລົງ 40-50% ຕົ້ນ​ທຶນ​ຂົ​ນ​ສົ່ງ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ​ລາວ ​ຫຼຸດ​ລົງ 20-40% ຄຽງ​ຄູ່​ກັບ​ສົນ​ທິ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິ​ດ​ຮອບ​ດ້ານ​ຂອງ​ພາກ​ພື້ນ (RCEP) ມີ​ຜົນ​ບັງ​ຄັບ​ໃຊ້​ເປັນ​ທາງ​ການ ຍອດ​ປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າ​​​ທາງ​ລົດ​ໄຟ ​ລາວ-ຈີນ ​ຍັງ​ຈະ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ.

    ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ ລາວ-ຈີນ ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ຢ່າງ​ແຂງ​ແຮງ ພ້ອມ​ທັງ​ໄດ້​ປັບ​ປຸ​ງ​ເງື່ອນ​ໄຂ​ ແລະ ​ວິ​ທີ​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ເປັນ​ຢ່າງ​ດີ ເຊິ່ງທ່ານ​ ຄຳ​ພອນ ສິດ​ທິ​ເດດ ຮອງ​ຫົວ​ໜ້າ​ພະ​ແນກ​ຮ່ວ​ມ​ມື​ສາ​ກົນ​ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ກ່າວ​ວ່າ: ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ ​ລາວ-ຈີນ ​ໄດ້​ປັບ​ປຸງ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ໃຫ້​ດີ​ຂຶ້ນ ເຊິ່ງ​ມີ​ບົດ​ບາດ​​ໃຫຍ່ຫຼວງ​ໃນ​ການຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທ້ອງ​ຖິ່ນ ແລະ ການ​ປະ​ກອບ​ອາ​ຊີບ​ຂອງ​ຊາວ​ໜຸ່ມ ພ້ອມ​ທັງ​ໄດ້​ຊ່ວຍ​ຊຸກ​ຍູ້​ໃຫ້​ປະ​ເທດ​ລາວ​ ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ​​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ຂອງ​ພາກ​ພື້ນ.

(ສະບາໄພ)

error: Content is protected !!