ການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມີທ່າອ່ຽງເພີ່ມຂຶ້ນ

    ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 15 ມີນາ 2022 ທີ່ກະຊວງສາທາລະນະສຸກ ວັນທີ 14 ມີນາ 2022 ຜ່ານມາ ໃນຂອບເຂດທົ່ວປະເທດ ໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 3.037 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດໂຄວິດ-19 ຈຳນວນ 722 ຄົນ ເຊິ່ງເປັນການຕິດເຊື້ອພາຍໃນ 693 ຄົນ ແລະ ນໍາເຂົ້າ 30 ຄົນ.

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ຈຳນວນ 693 ຄົນ ມີລາຍລະອຽດດັ່ງນີ້: ນະຄອນຫຼວງ ວຽງຈັນ 478 ຄົນ ແຂວງສະຫວັນນະເຂດ 58 ຄົນ ຊຽງຂວາງ 30 ຄົນ ຫົວພັນ 20 ຄົນ ບໍລິຄຳໄຊ 13 ຄົນ ຄຳມ່ວນ 12 ຄົນ ວຽງຈັນ ໄຊສົມບູນ ອັດຕະປື ແຂວງລະ 11 ຄົນ ບໍ່ແກ້ວ ເຊກອງ ແຂວງລະ 9 ຄົນ ໄຊຍະບູລີ 8 ຄົນ ຫຼວງພະບາງ ອຸດົມໄຊ ແຂວງລະ 6 ຄົນ ຫຼວງນ້ຳທາ 5 ຄົນ ສາລະວັນ 4 ຄົນ ແລະ ແຂວງຈຳປາສັກ 1 ຄົນ ສຳລັບການຕິດເຊື້ອນໍາເຂົ້າ 30 ຄົນ ໃນນັ້ນ ຈາກແຂວງສະຫວັນນະເຂດ 1 ຄົນ ອັດຕະປື 2 ຄົນ ຊຽງຂວາງ 2 ຄົນ ບໍລິຄໍາໄຊ 5 ຄົນ ຈໍາປາສັກ 9 ຄົນ ແລະ ແຂວງຫົວພັນ 11 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

    ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 147.409 ຄົນ ອອກໂຮງໝໍວັນທີ 14 ມີນາ 2022 ຈຳນວນ 110 ຄົນ ກຳລັງປິ່ນປົວ 1.203 ຄົນ ແລະ ເສຍຊີວິດທັງໝົດ 643 ຄົນ (ເສຍຊີວິດໃໝ່ 1 ຄົນ ຈາກແຂວງສາລະວັນ).

   ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 459.237.432 ຄົນ (ໃໝ່ 976.224 ຄົນ) ເສຍຊິວິດທັງໝົດ 6.066.560 ຄົນ (ໃໝ່ 3.743 ຄົນ) ແລະ ປີ່ນປົວຫາຍດີ 392.783.688 ຄົນ (ໃໝ່ 1.255.780 ຄົນ).

error: Content is protected !!