ເປີດນຳໃຊ້ສະໜາມເທັນນິສ ພູຜາ ເປັນທາງການ

    ສະໜາມກິລາເທັນນິສ ພູຜາ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປີດນໍາໃຊ້ເປັນທາງການວັນທີ 11 ມີນາ 2022 ໂດຍມີທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະທານສະຫະພັນເທັນນິສແຫ່ງຊາດລາວ ທ່ານ ພອນເພັງ ຈັນທະວົງ ປະທານສະໂມສອນເທັນນິສ ພູຜາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

    ທ່ານ ພອນເພັງ ຈັນທະວົງ ກ່າວວ່າ: ພວກເຮົາມາຮ່ວມຕົວກັນຢູ່ທີ່ນີ້ ເພື່ອເປີດນຳໃຊ້ສະໜາມເທັນນິສ ພູຜາ ເປັນທາງການ ຕົນຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບບັນດາທ່ານການນຳພັກ-ລັດ ຄະນະບໍລິຫານງານສະຫະພັນເທັນນິສແຫ່ງຊາດ ແລະ ສະຫະພັນເທັນນິສນະຄອນຫຼວງວຽງຈັນ ສະໜາມເທັນນິສ ພູຜາ ໄດ້ສ້າງຕັ້ງແຕ່ປີ 2019 ເຊິ່ງໄດ້ກໍ່ສ້າງພຽງ 2 ສະໜາມ ໃນເນື້ອທີ່ 8.000 ຕາແມັດ ຍ້ອນຄວາມຕ້ອງການຂອງນັກກີລາເທັນນິສ ກໍຄືລູກຄ້າທົ່ວໄປ ພວກເຮົາຈຶ່ງໄດ້ກໍ່ສ້າງສະໜາມເທັນນິສທີ່ໄດ້ມາດຕະຖານອີກ 1 ສະໜາມຂຶ້ນມາ ເຊິ່ງມີເປົ້າໝາຍເພື່ອບໍລິການຮັບໃຊ້ແກ່ສັງຄົມ ຜູ້ທີ່ມັກ-ຮັກໃນການຫຼິ້ນກີລາເທັນນິສ ໄດ້ອອກກຳລັງກາຍເປັນປົກກະຕິ ແນໃສ່ສົ່ງເສີມໃຫ້ມີສຸຂະພາບແຂງແຮງ ທັງເປັນການສົ່ງເສີມການພັດທະນານັກກີລາເທັນນິສເປົ້າໝາຍຂອງສະໂມສອນ ເພື່ອກຽມສົ່ງເຂົ້າຮ່ວມການແຂ່ງຂັນທຸກລາຍການຂອງສະຫະພັນເທັນນິສນະຄອນຫຼວງວຽງຈັນ ແລະ ສະຫະພັນເທັນນິສແຫ່ງຊາດລາວ ຈັດຂຶ້ນໃນປີນີ້ ແລະ ຕໍ່ໜ້າ ເພື່ອພັດທະນາເຂົາເຈົ້າ ສາມາດກ້າວສູ່ທີມຊາດໃນອະນາຄົດ ເຊິ່ງສະ ໜາມກີລາແຫ່ງນີ້ ເປີດບໍລິການທຸກວັນ ເລີ່ມແຕ່ເວລາ 6:00-22:00 ໂມງ.

    ໂອກາດນີ້ ກໍໄດ້ມີການແຂ່ງຂັນເທັນນິສ ນັດພິເສດ 2 ຄູ່ ໃນນີ້ ຄູ່ເປີດສະໜາມເປັນການພົບກັນລະ ຫວ່າງ ທີມວີໄອພີ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຄູ່ກັບ ທ່ານ ດາວວອນ ພະຈັນທະວົງ ພົບກັບ ທ່ານ ພອນເພັງ ຈັນທະວົງ ຄູ່ກັບ ທ່ານ ພິສິດ ປັນຍາດິດ ຜ່ານການແຂ່ງຂັນ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ແລະ ທ່ານ ດາວວອນ ພະຈັນທະວົງ ເອົາຊະນະທ່ານ ພອນເພັງ ຈັນທະວົງ ແລະ ທ່ານ ພິສິດ ປັນຍາດິດ 6-4 ເກມ ສ່ວນຄູ່ປະສົມທີມຊາດລາວ ເປັນການພົບກັນລະຫວ່າງນາງ ພອນພະເທບ ຄູ່ກັບ ວິທະຍາ ລາຊາວະດີ ມື 1 ລາວ ພົບກັບນາງ ດິໄລລ່າ ຄູ່ກັບ ສະຖາພອນ ດາລາວົງ ມື 2 ລາວ ເຊິ່ງເປັນນາງ ດິໄລລ່າ ແລະ ສະຖາພອນ ດາລາວົງ ເອົາຊະນະ 6-4 ເກມ.

#  ຂ່າວ – ພາບ : ສະບາໄພ

error: Content is protected !!