ການລະບາດຂອງພະຍາດໂຄວິດ-19 ທົ່ວປະເທດມີທ່າອ່ຽງເພີ່ມຂຶ້ນ

    ທ່ານ ສີສະຫວາດ ສຸດທານິລະໄຊ  ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 14 ມີນາ ປີ 2022 ໃຫ້ຮູວ່າ  ວັນທີ 13 ມີນາ 2022  ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.888 ຕົວຢ່າງ ພົບເຊື້ອທັງໝົດ 359 ຄົນ (ຕິດເຊື້ອພາຍໃນ 329 ຄົນ ແລະ ນໍາເຂົ້າ 30 ຄົນ).

ບັນດາແຂວງທີ່ມີຕິດເຊື້ອພາຍໃນ ແລະ ນຳເຂົ້າມີຄື ນະຄອນຫຼວງວຽງຈັນ (ນວ) 186 ຄົນ ສະຫວັນນະເຂດ 58 ຄົນ ຊຽງຂວາງ 14 ຄົນ ຫົວພັນ 12 ຄົນ ໄຊຍະບູລີ 11 ຄົນ ຫຼວງພະບາງ 9 ຄົນ ຫຼວງນ້ຳທາ 8 ຄົນ ວຽງຈັນ 7 ຄົນ ບໍລິຄຳໄຊ 6 ຄົນ ສາລະວັນ 5 ຄົນ ຄຳມ່ວນ 5 ຄົນ ອັດຕະປື 3 ຄົນ ຜົ້ງສາລີ 2 ຄົນ ໄຊສົມບູນ 2 ຄົນ ແລະ ອຸດົມໄຊ 1 ຄົນ ສໍາລັບການຕິດເຊື້ອນໍາເຂົ້າ 30 ຄົນ ຈາກ ນວ 16 ຄົນ ສະຫວັນນະເຂດ 12 ຄົນ ແລະ ຄຳມ່ວນ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ     

    ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 146.687 ຄົນ ອອກໂຮງໝໍໃໝ່ 66 ຄົນ ກຳລັງປິ່ນປົວ 1.233 ຄົນ ແລະ ເສຍຊີວິດສະສົມທັງໝົດ 642 ຄົນ (ເສຍຊິວິດໃໝ່ 1 ຄົນ ຈາກແຂວງສາລະວັນ).

  ປັດຈຸບັນ ມີຫຼາຍຄົນຊື້ເຄື່ອງກວດແບບໄວມາກວດເອງ ແລະ ຜົນກວດເປັນບວກຈຶ່ງປິ່ນປົວຕົນເອງ ຢູ່ເຮືອນເປັນຈຳນວນຫຼາຍ ສະນັ້ນ ເພື່ອເຝົ້າລະວັງ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະສາຍພັນໂອມິຄຣອນບໍ່ໃຫ້ຂະຫຍາຍເປັນວົງກວ້າງ ສະນັ້ນ ຈຶ່ງແຈ້ງໃຫ້ບັນດາທ່ານຊາບວ່າ ເມື່ອກວດຊອກຫາໂຄວິດ-19 ດ້ວຍຕົນເອງໂດຍການນຳໃຊ້ຊຸດເຄື່ອງກວດແບບໄວ ຖ້າຫາກຜົນກວດພົບເຊື້ອ ທ່ານສາມາດລົງທະບຽນເພື່ອແຈ້ງເຈົ້າໜ້າທີ່ຜ່ານທາງມືືຖືໄດ້ໂດຍການກົດລິ້ງ  https://forms.gle/wNJ7uTWH1i22onPm7  ແລະ ສາມາດເຂົ້າໄປຊອກລິ້ງດັ່ງກ່າວໄດ້ທີ່ ເຟສບຸກຂອງສູນຂ່າວສານການແພດສຸຂະສຶກສາ ເມື່ອກົດລິ້ງເຂົ້າໄປແລ້ວຈະເຫັນເປັນແບບຟອມຕື່ມຂໍ້ມູນເພື່ອແຈ້ງຜົນກວດໂຄວິດເປັນບວກໄດ້ດ້ວຍຕົນເອງ ເມື່ອຕື່ມແບບຟອມສຳເລັດ ເຈົ້າໜ້າທີ່ກ່ຽວຂ້ອງຈະຕິດຕໍ່ທ່ານ ເພື່ອໃຫ້ຄຳປຶກສາ ແລະ ຕິດຕາມອາການຂອງທ່ານຢ່າງໃກ້ຊິດ ສາມາດລົງທະບຽນໄດ້ນັບແຕ່ມື້ນີ້ເປັນຕົ້ນໄປ ຫຼື ສາມາດມາໂທສອບຖາມ ສາຍດ່ວນ 164 ເພື່ອລົງທະບຽນ.

error: Content is protected !!