ອົບຮົມສິລະປະຍຸດ ຍຸດທະວິທີ ແລະ ວຽກງານວິຊາສະເພາະຄຸ້ມຄອງປ້ອງກັນຊາຍແດນ

    ເພື່ອຍົກສູງຄວາມຮູ້ຄວາມສາມາດອ້າຍນ້ອງທະຫານໃຫ້ມີສະຕິ ກຽມພ້ອມເຄື່ອນໄຫວສູ້ຮົບຕະຫຼອດ ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີລະບຽບແບບແຜນວິທີເຮັດວຽກທີ່ທັນສະໄໝ ແລະ ເຂັ້ມງວດ ວັນທີ 10 ມີນາ 2022 ຢູ່ທີ່ກອງຮ້ອຍຊາຍແດນ 153 ປະຈຳເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດພິທີອົບຮົມ-ຫັດແອບການທະຫານ ການເມືອງ ພະລາທິການ ແລະ ເຕັກນິກ ປະຈຳປີຂຶ້ນຢ່າງເປັນທາງການ ໂດຍມີທ່ານ ພັນໂທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ທ່ານ ຮ້ອຍເອກ ທະນົງສັກ ລັດຕະນະວົງ ຫົວໜ້າການທະຫານກອງຮ້ອຍຊາຍແດນ 153 ແຂກຖືກເຊີນຈາກກກົມກອງອ້ອມຂ້າງ ແລະ ພະນັງານ-ນັກຮົບພາຍໃນກອງຮ້ອຍຊາຍແດນ 153 ເຂົ້າຮ່ວມ.

    ການອົບຮົມຄັ້ງນີ້ ໄດ້ຮັບຟັງການແນະນຳຂອງຫ້ອງເສນາທິການທະຫານແຂວງໄຊຍະບູລີ ຮັບຟັງແຜນການອົບຮົມ-ຫັດແອບການທະຫານ ການເມືອງ ພະລາທິການ ແລະ ເຕັກນິກ ປະຈຳປີ 2022 ແລະ ຮັບຟັງເນື້ອໃນຂໍ້ແຂ່ງຂັນອົບຮົມປະຈຳປີ 2022 ຂອງກອງຮ້ອຍຊາຍແດນ 153 ເຊິ່ງທ່ານຮ້ອຍເອກ ທະນົງສັກ ລັດຕະນະວົງ ກ່າວໃຫ້ຮູ້ວ່າ: ການອົບຮົມ-ຫັດແອບຄັ້ງນີ້ ຈະໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ເລີ່ມແຕ່ເດືອນກຸມພາ ຫາເດືອນພຶດສະພາ 2022 ໄລຍະທີ 2 ແຕ່ເດືອນກໍລະກົດ ຫາເດືອນຕຸລາ 2022 ກໍານົດເວລາ 160 ວັນ ໂດຍມີອ້າຍນ້ອງທະຫານເຂົ້າຮ່ວມທັງໝົດ 75 ຄົນ ແລະ ມີຄູເຝິກ 12 ຄົນ ຕະຫຼອດໄລຍະຂອງການອົບຮົມໃນຄັ້ງນີ້ ຈະໄດ້ຮຽນຮູ້ກ່ຽວກັບເນື້ອໃນທິດສະດີ ແລະ ພາກປະຕິບັດຕົວຈິງໄປພ້ອມໆກັນ ເປັນຕົ້ນແມ່ນພາກຄວາມຮູ້ທົ່ວໄປ ສິລະປະຍຸດ ຍຸດທະວິທີ ວຽກງານເສນາທິການ ແລະ ອື່ນໆ.

    ໃນໂອກາດນີ້ ທ່ານພັນໂທ ທອງໄຫຼ ເພັດດາວົງ ຄະນະປະທານ ໄດ້ເໜັ້ນໜັກໃຫ້ຄະນະຮັບຜິດຊອບ ຕະຫຼອດຮອດອ້າຍນ້ອງທະຫານທີ່ເຂົ້າຮ່ວມອົບຮົມຄັ້ງນີ້ ຈົ່ງພ້ອມກັນຕັ້ງໜ້າເອົາໃຈໃສ່ປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງ ເອົາໃຈໃສ່ຊີ້ນຳ ຕິດຕາມ ກວດກາ ແລະ ສະຫຼຸບຖອນຖອນບົດຮຽນເປັນແຕ່ລະໄລຍະ ສຳຄັນແມ່ນຮັບປະກັນໄດ້ທັງດ້ານເນື້ອໃນ ແລະ ຄວາມປອດໄພໃນການຫັດແອບນຳໃຊ້ວັດຖຸອຸປະກອນຕ່າງໆໃຫ້ໄດ້ 100% ຈາກນັ້ນ ຄະນະປະທານ ແລະ ບັນດາແຂກທີ່ເຂົ້າຮ່ວມກໍໄດ້ຮັບຊົມການສະແດງຫັດກາຍບໍລິຫານ 2 ບົດ 24 ຈັງຫວະ ຫັດການແທງກະບີ່ 4 ທິດ 28 ຈັງຫວະ ແລະ ເຝິກແອບຊ້ອມມວຍ 38 ຈັງຫວະ ຂອງເຫຼົ່າທະຫານຊາຍແດນຕື່ມອີກ.​

# ບຸນມີ – ນໍາສະເໜີ

error: Content is protected !!