ປະທານ ສນຊ ລົງຊຸກຍູ້ວຽກງານຢູ່ສອງແຂວງພາກໃຕ້

    ລະຫວ່າງວັນທີ 8-9 ມີນາ 2022 ຜ່ານມາ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເມືອງຕະໂອ້ຍ ແຂວງສາລະວັນ ແລະ ເມືອງກະລຶມ ແຂວງເຊກອງ. 

    ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຕະໂອ້ຍ ແຂວງສາລະວັນ ໃຫ້ການຕ້ອນຮັບໂດຍທ່ານ ນາງ ບຸນທະວີ ດວງລາສີ ຮອງເຈົ້າແຂວງ ພ້ອມດ້ວຍຄະນະນຳຂັ້ນແຂວງ ໂອກາດນີ້ ທ່ານ ຄຳຕາ ໂຮ່ຊົງເຮືອງ ປະທານແນວລາວສ້າງຊາດແຂວງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໃນໄລຍະຜ່ານມາໂດຍຫຍໍ້ ໃນນີ້ ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ 507 ບ້ານ ກວມເອົາ 87,71% ຂອງຈຳນວນບ້ານທັງໝົດທົ່ວແຂວງ ແລະ ໃນຕົ້ນເດືອນກຸມພາ 2022 ໄດ້ສຳເລັດພິທີປະກາດຮັບຮອງ 2 ເມືອງ ຄື: ເມືອງສາລະວັນ ແລະ ເມືອງຄົງເຊໂດນ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕາມມາດຖານ ແລະ ເງື່ອນໄຂທີ່ວາງໄວ້.

    ສ່ວນຢູ່ເມືອງກະລຶມ ແຂວງເຊກອງ ໄດ້ຮັບການຕ້ອນຮັບຈາກທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ມີທ່ານນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະນຳແຂວງ ແລະ ເມືອງ ໃນວາລະການເຄື່ອນໄຫວຄັ້ງນີ້ ທ່ານປະທານ ສນຊ ພ້ອມດ້ວຍຄະນະຂັ້ນສູນກາງ ແຂວງ ແລະ ເມືອງ ໄດ້ຢ້ຽມຢາມບໍລິສັດພະລັງງານໄຟຟ້າເຊກອງ ຈຳກັດ ເຂດຂຸດຄົ້ນບໍ່ຖ່ານຫີນ ຢູ່ເມືອງກະລຶມ ໂດຍມີທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກ ຈຳກັດ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ ແລະ ນຳພາຢ້ຽມຊົມບັນດາກິດຈະກຳ ທີ່ກຳລັງດຳເນີນງານຢູ່ເຂດດັ່ງກ່າວຕື່ມອີກ.

    ນອກຈາກນີ້ ຍັງໄດ້ມອບຄອມພິວເຕີຕັ້ງໂຕະ ໂທລະໂຄ່ງ ເສື້ອກັນໜາວ ເຄື່ອງມືປ້ອງກັນໂຄວິດ-19 ແລະ ເຄື່ອງໃຊ້ຫ້ອງການຈຳນວນໜຶ່ງ ທີ່ໄດ້ຮັບການອຸປະຖຳຢູ່ສູນກາງ ນຳມາມອບໃຫ້ ສອງເມືອງດັ່ງກ່າວອີກດ້ວຍ.

# ບຸນມີ – ນໍາສະເໜີ

error: Content is protected !!