ທໍາລາຍລະເບີດບໍ່ທັນແຕກຊະນິດລູກບົມ 500 ປອນ ທີ່ຕົກຄ້າງສະໄໝປາງສົງຄາມ

    ວັນທີ 11 ມີນາ 2022 ອົງການເກັບກູ້ລະເບີດປະຈໍາແຂວງອັດຕະປື ໄດ້ປະຕິບັດການທໍາລາຍລະເບີດບໍ່ທັນແຕກ ຊະນິດລູກບົມ 500 ປອນ Mk82 ທີ່ຕົກຄ້າງສະໄໝປາງສົງຄາມ ຢູ່ເຂດບ້ານນໍ້າຊວນ ເມືອງພູວົງ ແຂວງອັດຕະປື.

    ທ່ານ ໄຊເສດຖາ ໂພສາລາດ ຮອງຜູ້ປະສານງານໂຄງການເກັບກູ້ລະເບີດປະຈໍາແຂວງອັດຕະປື ໃຫ້ຮູ້ວ່າ:ການປະຕິບັດການທໍາລາຍລະເບີດລູກບົມຄັ້ງນີ້ ເນື່ອງມາຈາກໄດ້ຮັບການລາຍງານຈາກອໍານາດການປົກຄອງບ້ານນໍ້າຊວນ ພົບເຫັນລະເບີດທີ່ບໍ່ທັນແຕກ ຈາກນັ້ນ ອົງການເກັບກູ້ລະເບີດປະຈໍາແຂວງ ກໍໄດ້ກະກຽມວາງແຜນເປັນອັນລະອຽດ ໂດຍໄດ້ແຕ່ງຕັ້ງພະນັກງານ-ວິຊາການ ທີມງານລົງສໍາຫຼວດ ເກັບກຳຂໍ້ມູນ ເພື່ອປະເມີນຄວາມອັນຕະລາຍທີ່ອາດຈະເກີດຂຶ້ນຈາກລູກລະເບີດດັ່ງກ່າວ ແລະ ຈາກການສໍາຫຼວດປະເມີນໃນພື້ນທີ່ຕົວຈິງ ສາມາດກຳໄດ້ຈຸດພິກັດທີ່ຕັ້ງຂອງລູກລະເບີດ ແລະ ຄວາມອັນຕະລາຍຮ້າຍແຮງຂອງມັນ ອາດຈະເກີດຂຶ້ນກັບຊິວິດ ຊັບສີນຂອງປະຊາຊົນ ແລະ ພື້ນຖານໂຄງລ່າງທີ່ຈໍາເປັນພາຍໃນບ້ານຈໍານວນໜຶ່ງເຊັ່ນ: ລະບົບເຄືອຂ່າຍໄຟຟ້າ ລະບົບເສົາສັນຍານ ເຄືອຂ່າຍໂທລະສັບ ພ້ອມກັນນັ້ນ ກໍໄດ້ເຊີນເອົາພາກສ່ວນກຽ່ວຂ້ອງມາປືກສາຫາລືຫາທາງອອກຮ່ວມກັນ ແລ້ວກໍໄດ້ຍົກຍ້າຍປະຊາຊົນອອກຈາກຈຸດພິກັດ.

    ສໍາລັບຂັ້ນຕອນເຕັກນິກການທໍາລາຍ ໄດ້ແບ່ງອອກເປັນສາມທີມ ເຊິ່ງຈະໃຊ້ຈໍານວນຄົນທັງໝົດ 27 ຄົນ ໄດ້ໃຊ້ກະສອບຊາຍ ແລະ ຂຸດຄອງອ້ອມຮອບລູກລະເບີດຄວາມເລິກ 2 ແມັດ ກວ້າງ 1 ແມັດກວ່າ ເພື່ອຮັບປະກັນຄວາມປອດໄພ ແລະ ໄດ້ວາງກໍາລັງປະຈໍາຈຸດຍາມວົງນອນ 10 ຈຸດວົງໃນ 3 ຈຸດ ຈາກນັ້ນ ໄດ້ກວດຄືນຄວາມພ້ອມເປັນທີ່ຮຽບຮອ້ຍ ແລະ ໄດ້ທໍາລາຍທັນທີ ເຊິ່ງຜ່ານການທໍາລາຍ ແລະ ປະເມີນຜົນກະທົບຄືນ ແມ່ນສາມາດປະຕິບັດໄດ້ຕາມແຜນ ແລະ ມີຄວາມປອດໄພ 100%.

# ຂ່າວ & ພາບ : ຊິລິການດາ

error: Content is protected !!