ທ່ານເຈົ້າຄອງ ນວ ພ້ອມຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ

    ການນຳນະຄອນຫຼວງວຽງຈັນ ນຳໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ເຂົ້າພົບປະການນຳແຂວງໄຊສົມບູນ ເພື່ອຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊສົມບູນ ລະຫວ່າງວັນທີ 11-12 ມີນາ 2022 ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍບັນດາຫົວໜ້າພະແນກການ ອົງການ-ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.

    ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ກ່າວຕ້ອນຮັບ ແລະ ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນໃນຊຸມປີຜ່ານມາວ່າ: ອົງຄະນະພັກ ອົງ ການປົກຄອງແຂວງ ໄດ້ນຳພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ປະຕິບັດແຜນພັດທະນາ ແລະ ແກ້ໄຂບັນຫາຄວາມບໍ່ສະຫງົບ ດ້ວຍມາດຕະການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ການພັດທະນາເສດຖະກິດໄດ້ຂະຫຍາຍຕົວຕໍ່ເນື່ອງ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 613,90 ຕື້ກີບ ເທົ່າກັບ 156,50% ຂອງແຜນດັດແກ້ ການລົງທຶນພາຍໃນ ແລະ ຕ່າງປະເທດ.

    ຈາກນັ້ນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ຂຶ້ນລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ປີ 2021 ຂອງ ນວ ໂດຍລວມ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ບວກກັບສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ເງິນຕາ ແຕ່ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ ພາຍໃຕ້ການນຳພາຂອງພັກ ການຕິດຕາມຊຸກຍູ້ຢ່າງໃກ້ຊິດຈາກສະພາແຫ່ງຊາດ ສະພາປະຊາຊົນນະຄອນຫຼວງ ຈຶ່ງສາມາດຍາດໄດ້ໝາກຜົນສຳເລັດຫຼາຍດ້ານຄື: ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ອະນຸຍາດການລົງທຶນທັງໝົດ 4.834 ຫົວໜ່ວຍ ມີມູນຄ່າອະນຸຍາດການລົງທຶນທັງໝົດ 64.914,27 ຕື້ກີບ ປະຕິບັດໄດ້ລື່ນແຜນການ 11,4% ທາງດ້ານວັດທະນະທຳ-ສັງຄົມ ໄດ້ຮັບໝາກຜົນຫຼາຍດ້ານ ເປັນຕົ້ນແມ່ນດ້ານສຶກສາທິການ ແລະ ກີລາ ດ້ານສາທາລະນະສຸກ ໃນການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໄດ້ສ້າງແຜນວຽກ ແຜນງານ ຕາມ 5 ວຽກຈຸດສຸມທີ່ລັດຖະບານໄດ້ກຳນົດອອກ.

    ພ້ອມດຽວກັນນັ້ນ ການນຳຂັ້ນສູງລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງໄຊສົມບູນ ກໍໄດ້ລົງນາມເຊັນບົດບັນທຶກການຮ່ວມມືກັນ ເພື່ອເປັນການຜັນຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງໄຊສົມບູນໃຫ້ມີຄວາມແໜ້ນແຟ້ນ ສ້າງຄວາມເຂັ້ມແຂງ ໂດຍສືບຕໍ່ຜົນຂອງການພົບປະລະຫວ່າງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຈົ້າແຂວງໄຊສົມບູນ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງການປົກຄອງແຂວງໄຊສົມບູນ ເຫັນດີເປັນເອກະພາບເພື່ອຮ່ວມມືກັນໃນ 4 ຂົງເຂດວຽກງານຄື: ວຽກງານກໍ່ສ້າງພະນັກງານ ຂົງເຂດການຄ້າ ຂົງເຂດກະສິກຳ-ປ່າໄມ້ ແລະ ຂົງເຂດຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໂດຍຊ້ອງໜ້າບັນດາຫົວໜ້າພະແນກການ ອົງການ-ກົມກອງທັງ 2 ຝ່າຍ ເປັນສັກຂີພິຍານ.

    ໂອກາດນີ້ ການນຳຂັ້ນສູງທັງ 2 ຝ່າຍ ໄດ້ເດີນທາງໄປຢ້ຽມຢາມ ທ່ຽວຊົມພື້ນຖານການຜະລິດກະສິກຳຂອງແຂວງໄຊສົມບູນ ເຂດພັດທະນາກະສິກອນສະອາດ ສູນກະສິກຳບ້ານນໍ້າໂມ້ ສວນກະສິກຳເຮືອນຮົ່ມບ້ານທົ່ງຄູນ ໂຮງງານຜະລິດເສັ້ນລ້ອນມັນສາຄູ ແລະ ບໍ່ເຫຼັກ ທີ່ບ້ານນໍ້າຊານ ເມືອງລ້ອງແຈ້ງ ຂອງບໍລິສັດໂກເອກໂກ ແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ

# ຂ່າວ & ພາບ : ຊິລິການດາ

error: Content is protected !!