ສຳເລັດການຍົກລະດັບກໍາມະການຕັດສິນ ບານເຕະ ລາວລີກ 2

    ພິທີປິດຊຸດເຝິກອົບຮົມກໍາມະການຕັດສິນ ບານເຕະລາວລີກ 2 ນະຄອນຫຼວງວຽງຈັນ (ນວ) ໄດ້ມີຂຶ້ນໃນວັນທີ 12 ມີນາ 2022 ຢູ່ຫ້ອງປະຊຸມສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນຂອງທ່ານ ຄອນສະຫວັນ ສິດທິໄທ ເລຂາທິການສະຫະພັນບານເຕະ ນວ ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ເປັນວິທະຍາກອນ ແລະ ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວໜ້າຫ້ອງການນິຕິກຳ ສຕລ ເປັນວິທະຍາກອນ ມີສຳມະກອນທີ່ມາຈາກຫຼາຍພາກສ່ວນອ້ອມຂ້າງ ນວ ເຂົ້າຮ່ວມຢ່າງພ້ອມພຽງ.

    ການຍົກລະດັບກຳມະການຕັດສິນຄັ້ງນີ້ ແມ່ນດຳເນີນເປັນເວລາ 4 ວັນ ລະຫວ່າງວັນທີ 9-12 ມີນາ 2022 ກໍສໍາເລັດຕາມລະດັບຄາດໝາຍ ທັງນີ້ ກໍເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆໃຫ້ກັບກໍາມະການຕັດສິນຂອງ ນວ ທັງໝົດ 29 ທ່ານ ຍິງ 3 ທ່ານ ກ່ອນຈະລົງຕັດສິນໃນການແຂ່ງຂັນບານເຕະ ລາວລີກ 2 ຂອງນະຄອນຫຼວງວຽງຈັນ ທີ່ຄາດວ່າຈະເປີດສາກຂຶ້ນໃນທ້າຍເດືອນມີນານີ້ ໂດຍສຳມະກອນທີ່ເຂົ້າຮ່ວມ ແມ່ນໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ຮຽນຮູ້ກະຕິກາທີ່ສະຫະພັນກີລາບານເຕະສາກົນ ຫຼື ຟີຟາ ປັບປຸງໃໝ່ ພ້ອມດຽວກັນນັ້ນ ຍັງໄດ້ມີການທົດສອບພະລະກຳລັງອີກດ້ວຍ.

    ສຳລັບການແຂ່ງຂັນບານເຕະ ລາວລີກ 2 ຂອງ ນວ ປະຈຳປີ 2022 ມີທັງໝົດ 10 ສະໂມສອນ ເຂົ້າຮ່ວມແຂ່ງຂັນ ປະກອບມີ: ສະໂມສອນ ໄອ-ສະປອດ ເອັຟຊີ ສະໂມສອນ ເມືອງຫາດ ຢູໄນເຕັດ ສະໂມສອນ ເອັດອີຊີ ຢູໄນເຕັດ ສະໂມສອນ ແຄນລາວ ເອັຟຊີ ສະໂມສອນ ທຣີນິຕີ ເອັຟຊີ ສະໂມສອນ ກະຊວງສາທາລະນະສຸກ ເອັຟຊີ ສະໂມສອນ ເອັດທີທີ ເອັຟຊີ ສະໂມສອນ HBT 941 ເອັຟຊີ ສະໂມສອນ ວຽງຈັນ ເອັຟທີ ແລະ ສະໂມສອນ ເຄພີເອັດ ເອັຟຊີ.

# ຂ່າວ & ພາບ : ສີພອນ

error: Content is protected !!