ກໍາປູເຈຍ ມອບລົດຂົນສົ່ງວັກຊິນ ໃຫ້ ສປປ ລາວ

    ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19. ວັນທີ 12 ມີນາ 2022 ທີ່ດ່ານສາກົນ ໜອງນົກຂຽນ-ຕຣາ ປຽງກຣຽນ ໄດ້ມີພິທີມອບ-ຮັບ ລົດຂົນສົ່ງວັກແຊງຈໍານວນ 10 ຄັນ ຈາກລັດຖະບານ ແລະ ປະຊາຊົນແຫ່ງລາຊະອານາຈັກກໍາປູເຈຍ ໃຫ້ແກ່ລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວເຊິ່ງເປັນຈໍານວນທີ່ເພີ່ມຕື່ມ ຈາກທີ່ໄດ້ມອບໃຫ້ແກ່ ສປປ ລາວ ຄັ້ງກ່ອນ ຈໍານວນ 03 ຄັນ ລວມເປັນ 13 ຄັນ ເຊິ່ງນີ້ແມ່ນເປັນການຜັນຂະຫຍາຍຜົນການຢ້ຽມຢາມລາຊະອານາຈັກກໍາປູເຈຍຢ່າງເປັນທາງການ ຂອງພະນະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນທ້າຍປີ 2021 ຜ່ານມາ.

    ໃນພິທີຄັ້ງນີ້ ຕາງໜ້າໃຫ້ແກ່ລັດຖະບານແຫ່ງລາຊະອານາຈັກກໍາປູເຈຍ ກ່າວມອບການຊ່ວຍເຫຼືອດັ່ງກ່າວ ແມ່ນພະນະທ່ານ ດຣ. ນາງ ອໍ ວັນດີນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແຫ່ງລາຊະອານາຈັກກໍາປູເຈຍ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່າວຮັບໂດຍພະນະທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີການນໍາຂັ້ນສູງຈາກແຂວງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງລາວ ແລະ ກຳປູເຈຍ ເຂົ້າຮ່ວມຢ່າງພ້ອມພຽງ.

.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!